ອັດຕາສ່ວນໃນຕະຫຼາດສາກົນຂອງຂະແໜງການຜະລິດກຳປັ່ນຂອງຈີນໄດ້ຮັກສາອັນດັບໜຶ່ງໃນໂລກ

2023-01-26 13:00:32 cri

 

    ກະຊວງອຸດສາຫະກຳ ແລະຂໍ້ມູນຂ່າວສານຈີນເປີດເຜີຍໃຫ້ຮູ້ໃນວັນທີ 25 ມັງກອນນີ້ວ່າ: ຍອດຈຳນວນການຜະລິດກຳປັ່ນໃຫ້ສຳເລັດຂອງຈີນໃນປີ 2022 ກວມ 47,3% ຂອງຍອດຈຳນວນທົ່ວໂລກ, ອັດຕາສ່ວນໃນຕະຫຼາດສາກົນຂອງຂະແໜງການຜະລິດກຳປັ່ນຂອງຈີນໄດ້ຮັກສາອັນດັບໜຶ່ງໃນໂລກ.

    ປີ 2022, ວິສາຫະກິດຜະລິດກຳປັ່ນຈີນສືບຕໍ່ເພີ່ມທະວີການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ຜົນສຳເລັດຕົ້ນຕໍລວມມີ: ເລີ່ມການຜະລິດກຳປັ່ນໂດຍສານຂະໜາດໃຫຍ່ທີ່ຜະລິດໂດຍຈີນລຳທີ 2, ມອບ-ຮັບກຳປັ່ນລ້ຽງປາຂະໜາດໃຫຍ່ອັດສະລິຍະຂັ້ນ 1 ແສນໂຕນລຳທຳອິດໃນທົ່ວໂລກ. ມອບ-ຮັບກຳປັ່ນບັນທຸກຕູ້ຄອນເທັນເນີຂະໜາດໃຫຍ່ພະເສດທີ່ໃຫຍ່ທີ່ສຸດໃນທົ່ວໂລກ. ຜະລິດສຳເລັດ ແລະມອບ-ຮັບກຳປັ່ນຂົນສົ່ງອາຍແກັສທຳມະຊາດທາດແຫຼວ ຫຼື LNG ທີ່ໃຫຍ່ທີ່ສຸດໃນທົ່ວໂລກ ທັງເປັນລຳທຳອິດຂອງຈີນເປັນຕົ້ນ.

    ນອກຈາກນີ້, ວິສາຫະກິດຜະລິດກຳປັ່ນຈີນໄດ້ຮັບໃບສັ່ງຈອງກໍາປັ່ນຂົນສົ່ງ LNG ຂະໜາດໃຫຍ່ທັງໝົດ 55 ລຳໃນຕະຫຼອດປີ 2022, ໄດ້ກວມຫຼາຍກວ່າ 30%ຂອງຍອດຈຳນວນໃບສັ່ງຈອງທົ່ວໂລກ, ໂດຍໄດ້ສ້າງສະຖິຕິໃໝ່ຄັ້ງປະຫວັດສາດ.