ຈັງຫວະເຕີບໂຕທາງເສດຖະກິດຂອງຟິລິບປິນໃນປີ 2022 ສູງເຖິງ 7,6%

2023-01-26 11:29:44 CRI

    ວັນທີ 26 ມັງກອນນີ້, ອົງການສະຖິຕິແຫ່ງຊາດຟິລິບປິນໄດ້ປະກາດຕົວເລກສະແດງໃຫ້ເຫັນວ່າ, ຈັງຫວະເຕີບໂຕທາງເສດຖະກິດຂອງຟິລິບປິນໃນປີ 2022 ບັນລຸເຖິງ 7,6%, ສູງກວ່າການຄາດໝາຍ.



    ນັກເສດຖະສາດຜູ້ໜຶ່ງຂອງຟິລິບປິນກ່າວວ່າ, ປັດໄຈຕ່າງໆ ເຊັ່ນ: ການບໍລິໂພກເພີ່ມຫຼາຍຂຶ້ນ, ອັດຕາວ່າງງານຫຼຸດຕ່ຳລົງ ແລະ ການຈັດຊື້ສິນຄ້າລາຍໃຫຍ່ເພີ່ມຂຶ້ນຢ່າງວ່ອງໄວເປັນຕົ້ນໄດ້ຊ່ວຍຊຸກຍູ້້ເສດຖະກິດຟິລິບປິນໃນປີ 2022ໃຫ້ເຕີບໂຕ. ແຕ່ລະດັບເງິນເຟີ້ຍົກສູງຂຶ້ນ, ເສດຖະກິດທົ່ວໂລກຊຸດໂຊມລົງພ້ອມດ້ວຍການປະທະກັນຣັດເຊຍ-ອູແກຣນທີ່ຕໍ່ເນື່ອງຈະສ້າງຄວາມສ່ຽງຕໍ່ການເຕີບໂຕທາງເສດຖະກິດໃນອະນາຄົດ.