ລົດໄຟຂົນສົ່ງສິນຄ້າແບບຈີນ-ຫວຽດນາມຕໍ່ກັບຈີນ-ເອີລົບຂະບວນທຳອິດໃນປີນີ້ເດີນທາງອອກຈາກເຂດກວາງຊີຈີນ

2023-01-26 11:38:27 CRI

    ວັນທີ 25 ມັງກອນນີ້, ລົດໄຟຖ້ຽວ X9132 ຈີນ-ເອີລົບທີ່ບັນທຸກເຄື່ອງໄຟຟ້າໃຊ້ໃນເຮືອນຂະໜາດນ້ອຍ 4 ໝື່ນກວ່າເຄື່ອງໄດ້ເດີນທາງອອກຈາກສະຖານີລົດໄຟສາກົນນານນີງ ເຂດກວາງຊີຈີນ ເພື່ອໄປສູ່ນະຄອນອານມາອັດຕາຂອງກາຊັກສະຖານ. ສິນຄ້າທີ່ຂະບວນລົດໄຟຈີນ-ເອີລົບຂົນສົ່ງນັ້ນລວມທັງເຕົາໄມໂຄຣເວບ,ຕູເຢັນ, ເຕົາປີ້ງໄຟຟ້າ, ເຄື່ອງດູດຂີ້ຝູ່ນ ແລະ ໂທລະພາບເປັນຕົ້ນ.



    ລົດໄຟຂ້າມຊາດຂະບວນນີ້ແມ່ນລົດໄຟແບບຈີນ-ຫວຽດນາມ ຕໍ່ກັບ ຈີນ-ເອີລົບຂະບວນທຳອິດຂອງເຂດກວາງຊີໃນປີນີ້ ໂດຍໄດ້ບັນລຸເປົ້າໝາຍທີ່ໃຫ້ຂະບວນລົດໄຟຈີນ-ຫວຽດນາມ ເດີນທາງຕໍ່ກັບຂະບວນລົດໄຟຈີນ-ເອີລົບເລີຍ.ຕາມສະຖິຕິ, ນັບແຕ່ສັນຍາ RCEP ເລີ່ມປະຕິບັດເປັນຕົ້ນມາ, ຊຸມທາງຄົມມະນາຄົມສາກົນນະຄອນນານນີງໄດ້ສົ່ງອອກສິນຄ້າຂ້າມຊາດປະເພດຕ່າງໆ ເຊັ່ນ: ອາຫານ, ເຄື່ອງໃຊ້ປະຈຳວັນ ແລະ ຜະລິດຕະພັນເອເລັກໂຕຣນິກເປັນຕົ້ນລວມທັງໝົດ 15.679,61 ໂຕນແລ້ວ.