ອາເມຣິກາມີແຜນຈະທົດລອງຈະຫຼວດສົ່ງຍານພະລັງແຮງນິວເຄລຍໄວສຸດໃນປີ 2027

2023-01-26 12:57:23 cri

 

   ອົງການການບິນອະວະກາດແຫ່ງຊາດອາເມຣິກາ ແລະກົມແຜນການ ແລະຄົ້ນຄວ້າຊັ້ນສູງກະຊວງປ້ອງກັນປະເທດອາເມຣິກາໄດ້ປະກາດໃນຫວ່າງມໍ່ໆມານີ້ວ່າ: ຈະດຳເນີນການຮ່ວມມືດ້ານການຄົ້ນຄວ້າ ແລະຜະລິດຈະຫຼວດສົ່ງຍານພະລັງແຮງນິວເຄລຍ, ເພື່ອທຳການກະກຽມເຂົ້າໃນໜ້າທີ່ການຄົ້ນຄວ້າດາວອັງຄານບັນທຸກຄົນ. ອາເມຣິກາມີແຜນຈະທົດລອງລູກສອນໄຟນຳຈະຫຼວດສົ່ງຍານດ້ວຍພະລັງແຮງນິວເຄລຍທີ່ທັນສະໄໝຢູ່ອະວະກາດ ໄວສຸດໃນປີ 2027.

   ອົງການການບິນອະວະກາດແຫ່ງຊາດອາເມຣິກາແນະນຳໃຫ້ຮູ້ວ່າ: ນຳໃຊ້ຈະຫຼວດສົ່ງຍານພະລັງແຮງນິວເຄລຍສາມາດຫຍໍ້ເວລາການຂົນສົ່ງນັກບິນອະວະກາດໃຫ້ໜ້ອຍລົງ ແລະຫຼຸດຜ່ອນຄວາມສ່ຽງຂອງນັກບິນອະວະກາດພ້ອມ. ການຫຍໍ້ເວລາການຂົນສົ່ງໃຫ້ໜ້ອຍລົງແມ່ນໜຶ່ງໃນປັດໄຈສຳຄັນໃນການສຳເລັດໜ້າທີ່ຄົ້ນຄວ້າດາວອັງຄານບັນທຸກຄົນ. ເຕັກນິກສົ່ງຍານທີ່ໄວກວ່າເກົ່າ ແລະມີປະສິດທິພາບສູງກວ່າເກົ່າສາມາດຊ່ວຍເຫຼືອອົງການການບິນອະວະກາດແຫ່ງຊາດອາເມຣິກາບັນລຸເປົ້າໝາຍທີ່ຄົ້ນຄວ້າດວງຈັນ ແລະດາວອັງຄານ.