ຫຼິ້ນບຸນກຸດຈີນໃນຫໍພິພິທະພັນ

2023-01-26 16:28:27 CRI

 

    ໃນໄລຍະບຸນກຸດຈີນປີນີ້, ຢູ່ໃນຫໍພິພິທະພັນວັດທະນະທຳຢາງຊາວທີ່ເມືອງມຽນເຊີ ນະຄອນສ່ານເມີນເຊຍ ແຂວງເຮີນານ ພາກກາງຂອງຈີນມີນັກທ່ອງທ່ຽວຈຳນວນຫຼາຍ.


 

    ວັດທະນະທຳຢາງຊາວຫ່າງຈາກປັດຈຸບັນປະມານ 7 ພັນ ຫາ 5 ພັນປີ, ໄດ້ຊື່ນີ້ຍ້ອນວ່າປາກົດເຫັນກ່ອນໝູ່ຢູ່ບ້ານຢາງຊາວ ເມືອງມຽນເຊີຂອງແຂວງເຮີນານ. ປີ 1921, ຊາກວັດທະນະທຳບ້ານຢາງຊາວໄດ້ຮັບການຂຸດຄົ້ນທາງບູ

ຮານນະຄະດີເປັນເທື່ອທຳອິດຢ່າງເປັນທາງການ ເປັນຂີດໝາຍສະແດງໃຫ້ເຫັນວ່າ, ບູຮານນະຄະດີຍຸກປັດຈຸບັນຂອງຈີນເກີດຂຶ້ນ, ຍັງໄດ້ຢືນຢັນວ່າ ໃນໄລຍະກ່ອນປະຫວັດສາດ, ຢູ່ແຜ່ນດິນຂອງຈີນໄດ້ກຳເນີດວັດທະນະທຳສະໄໝຫີນໃໝ່ທີ່ໄດ້ພັດທະນາຫຼາຍແລ້ວ.