ທະນາຄານພັດທະນາອາຊີສະໜອງເງິນກູ້ຈຳນວນ 500 ລ້ານໂດລາໃຫ້ແກ່ຟີລິບປິນ ເພື່ອຊ່ວຍເຫຼືອການປະຕິຮູບພາກສ່ວນກະສິກຳຂອງຟີລິບປິນ

2023-01-27 11:56:56 cri

 

    ວັນທີ 27 ມັງກອນນີ້, ທະນາຄານພັດທະນາອາຊີ ຫຼື ADB ໄດ້ເປີດເຜີຍໃຫ້ຮູ້ວ່າ: ທະນາຄານADB ໄດ້ອະນຸມັດເງິນກູ້ລັກສະນະນະໂຍບາຍຈຳນວນ 500 ລ້ານໂດລາງວດໜຶ່ງ, ເພື່ອຊ່ວຍເຫຼືອລັດຖະບານຟີລິບປິນໃນດ້ານການຊຸກຍູ້ການພັດທະນາເສດຖະກິດກະສິກຳ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານເປັນໄລຍະສັ້ນ ແລະໄລຍະຍາວ.

    ດິນຟ້າອາກາດທີ່ຮ້າຍແຮງ ແລະຜົນກະທົບດ້ານເສດຖະກິດໄດ້ເຮັດໃຫ້ພາກສ່ວນກະສິກຳຍົກສູງກຳລັງການຜະລິດນັ້ນມີຄວາມຫຍຸ້ງຍາກກວ່າເກົ່າ. ເງິນກູ້ງວດນີ້ຂອງທະນາຄານ ADB ຈະສະໜັບສະໜູນຟີລິບປິນສ້າງພາກສ່ວນກະສິກຳທີ່ມີຄວາມສາມາດແຂ່ງຂັນ ແລະມີຄວາມກວມລວມ, ຍົກສູງປະສິດທິພາບ, ເພີ່ມທະວີຄວາມຫຼາກຫຼາຍ, ເພີ່ມທະວີຄວາມສາມາດດ້ານການຮັບມືກັບບັນຫາດິນຟ້າອາກາດ ແລະເພີ່ມລາຍຮັບດ້ານກະສິກຳ, ເພື່ອບັນລຸຄວາມໝັ້ນທ່ຽງດ້ານສະບຽງອາຫານ.