ລາຍການພິເສດ “ຮັບຊົມງານລາຕີສະຫຼອງບຸນກຸດຈີນປີ 2023”ຂອງ CMG ໄດ້ອອກອາກາດທາງສື່ມວນຊົນສຳຄັນ 60 ກວ່າແຫ່ງຂອງທະວີບເອີຣົບ

2023-01-27 16:28:41 cri

 


    ນັບແຕ່ມື້ທຳອິດຂອງບຸນກຸດຈີນ ຄືວັນທີ 22 ມັງກອນນີ້ເປັນຕົ້ນມາ, ລາຍການພິເສດ “ຮັບຊົມງານລາຕີສະຫຼອງບຸນກຸດຈີນປີ 2023” ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະສື່ມວນຊົນສຳຄັນຂອງຫຼາຍປະເທດໃນທະວີບເອີຣົບຮ່ວມກັນຜະລິດນັ້ນ ໄດ້ອອກອາກາດຢູ່ໂທລະພາບ ແລະສື່ສັງຄົມອອນລາຍ ທັງໝົດ 60 ກວ່າແຫ່ງຂອງທະວີບເອີຣົບຕາມລຳດັບ, ເຊັ່ນ: ອີຕາລີ, ແອສປາຍ, ແຊກບີ ແລະປະເທດອື່ນໆ, ໂດຍໄດ້ປົກຄຸມຜູ້ຊົມ 80 ລ້ານເທື່ອຄົນ.

    ລາຍການພິເສດ “ຮັບຊົມງານລາຕີສະຫຼອງບຸນກຸດຈີນປີ 2023” ແມ່ນ CMG ຮ່ວມມືກັບສື່ມວນຊົນສຳຄັນ 60 ກວ່າແຫ່ງທີ່ມາຈາກຫຼາຍປະເທດໃນທະວີບເອີຣົບ, ໂດຍຜ່ານວິດີໂອທີ່ຫຼາຍພາສາ, ພາຜູ້ຊົມທະວີບເອີຣົບສຳຜັດກັບມົນສະເໜ່ຂອງງານລາຕີສະຫຼອງບຸນກຸດຈີນທີ່ຜະລິດໂດຍ CMG ແລະວັດທະນະທຳດ້ານບຸນກຸດຈີນ, ໂດຍໄດ້ສ້າງຖິຕິໃໝ່ຂອງ CMG ໃນດ້ານບໍລິເວນປົກຄຸມຂອງລາຍການ ແລະຈຳນວນສື່ມວນຊົນຮ່ວມມືຢູ່ທະວີບເອີຣົບ.