ປະທານາທິບໍດີແລະຮອງປະທານາທິບໍດີຂອງອາເມຣິກາໃນ6ຊຸດຜ່ານມາຖືກຮຽກຮ້ອງໃຫ້ກວດກາໂດຍຕົນເອງວ່າໄດ້ເຊື່ອງເອກະສານລັບໄວ້ຫຼືບໍ່

2023-01-27 14:13:08 cri


ຕາມຂ່າວCNNລາຍງານວ່າ: ຍ້ອນວ່າໄດ້ພົບເຫັນເອກະສານລັບຢູ່ເຮືອນສ່ວນຕົວຂອງທ່ານໂດໂນ ທລຳ ອະດີດປະທານາທິບໍດີ ແລະທ່ານ ໂຈ ໄບເດນ ປະທານາທິບໍດີຊຸດປັດຈຸບັນ, ດັ່ງນັ້ນ ວັນທີ26ມັງກອນນີ້,ຫໍເອກະສານແຫ່ງຊາດອາເມຣິກາຈິ່ງອີງຕາມກົດໝາຍວ່າດ້ວຍການບັນທຶກຂອງປະທານາທິບໍດີໄດ້ຮຽກຮ້ອງຢ່າງເປັນທາງການໃຫ້ປະທານາທິບໍດີແລະຮອງປະທານາທິບໍດີອາເມຣິກາໃນ6ຊຸດຜ່ານມາ ຄືນັບແຕ່ທ່ານ ໂຣນາດ ວິວເຊີນ ຣີການເປັນຕົ້ນມາ ເລີ່ມກວດກາຄືນໃໝ່ຕໍ່ເອກະສານທີ່ຕົນເກັບຮັກສາໄວ້ນັ້ນມີເອກະສານລັບທີ່ຕົນເອງບໍ່ຄວນເກັບໄວ້ ແລະບົດບັນທຶກກ່ຽວກັບປະທານາທິບໍດີທີ່ຄວນຍື່ນໃຫ້ຫໍເອກະສານແຫ່ງຊາດຫຼືບໍ່.


ຕາມຂ່າວລາຍງານວ່າ: ທ່ານວິລຽມ ເຈເຟີຊົນ ຄຣີນຕັນ,ທ່ານ ຈໍຈີ ວໍເຄີ ບູສ, ທ່ານບາຣັກ ຮູເຊີນ ໂອບາມາ ອະດີດປະທານາທິບໍດີ ແລະ ຜູ້ຕາງໜ້າຂອງທ່ານຈໍຈີ ບຸສ ທີ່ເຖິງແກ່ກຳແລ້ວລ້ວນແຕ່ກ່າວວ່າ: ໃນມືຂອງຕົນບໍ່ມີເອກະສານທີ່ຕ້ອງການຍື່ນອອກ,ເອກະສານລັບທັງໝົດລ້ວນແຕ່ມອບໃຫ້ຫໍເອກະສານແຫ່ງຊາດແລ້ວກ່ອນອອກຈາກຕຳແໜ່ງ.