ອາເມຣິກາຈຳກັດການສົ່ງອອກຕໍ່ຈີນຈະຊຸກຍູ້ຈີນຄົ້ນຄວ້າເຕັກນິກຂອງຕົນຢ່າງສຳເລັດຜົນ

2023-01-27 14:36:50 cri

    


ວັນທີ25ມັງກອນນີ້ຕາມເວລາທ້ອງຖິ່ນ,ທ່ານພິເທີ ວີນນິກ CEOຂອງບໍລິສັດASMLທີ່ເປັນບໍລິສັດໃຫຍ່ດ້ານການຜະລິດເຄື່ອງລີໂຊກຣາຟີ(lithography)ຂອງປະເທດໂຮນລັງໄດ້ກ່າວວ່າ: ມາດຕະການຈຳກັດການສົ່ງອອກເຊມີຄອນດັກເຕີທີ່ອາເມຣິກາແນໃສ່ຈີນນັ້ນ ໃນທີ່ສຸດຈະຊຸກຍູ້ໃຫ້ປະເທດຈີນຄົ້ນຄວ້າເຕັກນິກຂອງຕົນໃນຂົງເຂດອຸປະກອນຜະລິດແຜ່ນຊິບລະດັບສູງຢ່າງສຳເລັດຜົນ.


ໃນວັນທີ7ຕຸລາປີກາຍນີ້,ພາຍໃຕ້ສະພາບການທີ່ບໍ່ໄດ້ເຕືອນໄພລ່ວງໜ້າໃດໆ,ກະຊວງການຄ້າອາເມຣິກາໄດ້ດຳເນີນການຈຳກັດທີ່ກວ້າງຂວາງທີ່ສຸດຄັ້ງປະຫວັດສາດຕໍ່ຜະລິດຕະພັນທີ່ກ່ຽວຂ້ອງກັບແຜ່ນຊິບທີ່ສົ່ງອອກໄປສູ່ປະເທດຈີນ. ນອກຈາກເກືອດຫ້າມສົ່ງແຜ່ນຊິບ,ເຕັກນິກແລະອຸປະກອນທີ່ທັນສະໄໝໃຫ້ຈີນແລ້ວ, ຍັງຫ້າມບໍ່ໃຫ້ຊາວອາເມຣິກາສະໜັບສະໜູນການຄົ້ນຄວ້າແລະຜະລິດແຜ່ນຊິບທັນສະໄໝຢູ່ວິສາຫະກິດຈີນໂດຍບໍ່ໄດ້ຮັບອະນຸຍາດ. ເພື່ອສະກັດກັ້ນອຸດສາຫະກຳແຜ່ນຊິບຈີນຢ່າງຮອບດ້ານ,ອາເມຣິກາຍັງໃຊ້ຄວາມກົດດັນຕໍ່ໂຮນລັງ ໂດຍຮຽກຮ້ອງໂຮນລັງໃຊ້ມາດຕະການຄຸ້ມຄອງຈຳກັດການສົ່ງອອກອຸປະກອນຜະລິດແຜ່ນຊິບທີ່ຄືກັນກັບອາເມຣິກາ.


ໂດຍຜະເຊີນໜ້າກັບນະໂຍບາຍກົດດັນຂອງອາເມຣິກາ,ເຈົ້າໜ້າທີ່ລັດຖະບານໂຮນລັງພ້ອມດ້ວຍຜູ້ບໍລິຫານຊັ້ນສູງຂອງບໍລິສັດ ASML ໄດ້ກ່າວຫຼາຍເທື່ອມາແລ້ວວ່າບໍ່ຍອມເຮັດຕາມອາເມຣິກາ.