ສື່ມວນຊົນຕ່າງປະເທດ:ການສະໜອງລົດຕັງສູ້ຮົບໃຫ້ແກ່ອູແກຣນສະແດງໃຫ້ເຫັນອີກວ່າເອີລົບອາໄສອາເມຣິກາ

2023-01-27 11:36:50 CRI

    “ໜັງສືພິມແທມສ໌”ສະບັບວັນທີ 26 ມັງກອນນີ້ລາຍງານວ່າ, ກ່ຽວກັບບັນຫາທີ່ສະໜອງລົດຕັງສູ້ຮົບໃຫ້ແກ່ອູແກຣນ, ຂໍ້ຂັດແຍ້ງກັນລະຫວ່າງອາເມຣິກາ ກັບເຢຍລະມັນໄດສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ:ເອີລົບອາໄສອາເມຣິກາ.


    ຂ່າວແຈ້ງໃຫ້ຮູ້ຕື່ມວ່າ, ໃນຖານະທີ່ເປັນກຸ່ມເສດຖະກິດໃຫຍ່ທີ່ສຸດຂອງເອີລົບ, ເວົ້າສຳລັບປະເທດເອີລົບອື່ນໆແລ້ວ ການຫຼຸດລົງຄວາມອາໄສອາເມຣິກາແມ່ນສຳຄັນຫຼາຍ. ແຕ່ວ່າ, ການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນໄດ້ເປີດເຜີຍສະພາບຄວາມເປັນຈິງ ກໍ່ຄື: ປັດຈຸບັນ ເອີລົບຍັງບໍ່ທັນໄດ້ບັນລຸລະດັບອັນທີ່ວ່າ “ເປັນເຈົ້າຕົນເອງດ້ານຍຸດທະສາດ”.



    ໃນໄລຍະມໍ່ໆມານີ້, ໂດຍປິ່ນອ້ອມບັນຫາທີ່ວ່າຈະສະໜອງລົດຕັງສູ້ຮົບໃຫ້ແກ່ອູແກຣນຫຼືບໍ່,ປະເທດນາໂຕຕ່າງໆ ເຊັ່ນ:ອາເມຣິກາເປັນຕົ້ນໄດ້ເພີ່ມຄວາມກົດດັນຕໍ່ເຢຍລະມັນ. ບຸກຄົນວິເຄາະຕິຕຽນວ່າ, ທີ່ຈິງແລ້ວ ເຢຍລະມັນບໍ່ຍອມສະໜອງລົດຕັງກ້າວໜ້າໃຫ້ແກ່ອູແກຣນ, ແຕ່ຍ້ອນຄວາມກົດດັນຂອງອາເມຣິກາຈຶ່ງຈຳເປັນຕ້ອງເຮັດ.