ສະພາມົນຕີສະຫະພາບເອີຣົບຈະຕໍ່ເວລາມາດຕະການລົງໂທດທາງເສດຖະກິດຕໍ່ຣັດເຊຍອອກໄປອີກ 6 ເດືອນ

2023-01-28 11:00:06 CRI

ວັນທີ 27 ມັງກອນນີ້ຕາມເວລາທ້ອງຖິ່ນ, ສະພາມົນຕີສະຫະພາບເອີຣົບຖະແຫຼງວ່າຈະຕໍ່ເວລາມາດຕະການລົງໂທດທາງເສດຖະກິດຕໍ່ຣັດເຊຍອອກໄປອີກ 6 ເດືອນ, ຈົນເຖິງວັນທີ 31 ກໍລະກົດປີ 2023.


ສະພາມົນຕີສະຫະພາບເອີຣົບອອກຖະແຫຼງການວ່າ, ສະຫະພາບເອີຣົບໄດ້ເລີ່ມປະຕິບັດມາດຕະການລົງໂທດທາງເສດຖະກິດຕໍ່ຣັດເຊຍເປັນຄັ້ງທຳອິດໃນປີ 2014 ຍ້ອນບັນຫາຣັດເຊຍ-ອູແກຣນ ແລະ ໄດ້ເປີດກວ້າງການລົງໂທດຢ່າງຫຼວງຫຼາຍ ຍ້ອນການປະທະກັນລະຫວ່າງຣັດເຊຍແລະອູແກຣນໃນເດືອນກຸມພາປີ 2022. ປັດຈຸບັນ, ການລົງໂທດໄດ້ພົວພັນເຖິງຫຼາຍຂົງເຂດ ເຊັ່ນ: ການຄ້າ, ການທະນາຄານ, ສິນຄ້າວິທະຍາສາດເຕັກໂນໂລຊີ, ສິນຄ້າທີ່ໃຊ້ທັງທາງການທະຫານແລະທາງພົນລະເຮືອນ, ອຸດສາຫະກຳ, ການຂົນສົ່ງ, ຂະແໜງການເຄື່ອງໃຊ້ຟຸມເຟືອຍ ແລະ ອື່ນໆ, ນອກນີ້, ຍັງຫ້າມບໍ່ໃຫ້ນຳເຂົ້າ ຫຼື ຂົນຍ້າຍນ້ຳມັນດິບ ແລະ ຜະລິດຕະພັນນ້ຳມັນເຊື້ອໄຟຈຳນວນໜຶ່ງຈາກຣັດເຊຍໄປສະຫະພາບເອີຣົບ, ຫ້າມບໍ່ໃຫ້ທະນາຄານຫຼາຍແຫ່ງຂອງຣັດເຊຍນຳໃຊ້ລະບົບຊຳລະເງິນຂອງສະມາຄົມໂທລະຄົມທາງການເງິນລະຫວ່າງທະນາຄານທົ່ວໂລກ ຫຼື SWIFT ແລະ ໂຈະການກະຈາຍສຽງຫຼືຖ່າຍທອດຂອງສື່ມວນຊົນຣັດເຊຍຈຳນວນໜຶ່ງ.