ລາຍການງານລາຕີສະຫຼອງບຸນກຸດຈີນຂອງ CMG ອອກອາກາດຢູ່ຫຼາຍປະເທດໃນອາຟຣິກາ

2023-01-28 14:18:42 CRI

ໃນຫຼາຍມື້ຜ່ານມາ, ສື່ມວນຊົນຫຼັກຂອງຫຼາຍປະເທດໃນອາຟຣິກາ ໄດ້ຖ່າຍທອດລາຍການງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງວິທະຍຸ-ໂທລະພາບສູນກາງຈີນ ຫຼື CMG ໃນຕອນເວລາສຳຄັນຂອງຊ່ອງໂທລະພາບທີ່ສຳຄັນ ເຊິ່ງໄດ້ດຶງດູດຊາວຕ່າງປະເທດເຊື້ອສາຍຈີນແລະຈີນຕ່າງດ້າວ ພ້ອມດ້ວຍຊາວຕ່າງປະເທດຮັບຊົມເປັນຈຳນວນຫຼວງຫຼາຍ, ເຂົາເຈົ້າຕີລາຄາວ່າ ລາຍການງານລາຕີສະຫຼອງບຸນກຸດຈີນໜ້າເບິ່ງໜ້າຊົມ, ມີການສະແດງທີ່ອະລັງການອີ່ຫຼີ ແລະ ຕິດໃຈນຳວັດທະນະທຳຈີນທີ່ເຫັນໄດ້ຈາກງານລາຕີຢ່າງເລິກເຊິ່ງ. ມາຮອດປັດຈຸບັນ, ລາຍການຕ່າງໆທີ່ໜ້າເບິ່ງໜ້າຊົມໃນງານລາຕີສະຫຼອງບຸນກຸດຈີນ ໄດ້ຮັບການຖ່າຍທອດຢູ່ຫຼາຍປະເທດໃນອາຟຣິກາຕາເວັນອອກ, ອາຟຣິກາໃຕ້, ອາຟຣິກາຕາເວັນຕົກ ແລະ ອາຟຣິກາກາງ, ກວມເອົາຜູ້ຮັບຊົມເຖິງ 200 ລ້ານຄົນ. ກຸ່ມສື່ອາຟຣິກາຂອງປະເທດຕັນຊານີໄດ້ຖ່າຍທອດງານລາຕີດັ່ງກ່າວໃນຊ່ອງ 10; ໂທລະພາບແຫ່ງຊາດຂອງບັນດາປະເທດໃນອາຟຣິກາ ເຊັ່ນ: ເກນຢາ, ຊິມບໍາເວ, ຊຳບີ, ກາບົງ, ມາດາກາສກາ ແລະອື່ນໆ ກໍໄດ້ລາຍງານຂ່າວ ແລະ ຖ່າຍທອດງານລາຕີສະຫຼອງບຸນກຸດຈີນຂອງ CMG ໃນຊ່ອງຕ່າງໆ, ປະຊາຊົນອາຟຣິກາກ່າວວ່າ ໄດ້ສຳຜັດກັບມົນສະເໜ່ຂອງວັດທະນະທຳຈີນຈາກງານລາຕີສະຫຼອງບຸນກຸດຈີນຢ່າງເລິກເຊິ່ງ.