ປະຊາຊົນເຢຍລະມັນຄັດຄ້ານລັດຖະບານສະໜອງລົດຕັງໃຫ້ແກ່ອູແກຣນ

2023-01-28 16:04:20 cri


ລັດຖະບານເຢຍລະມັນອອກຖະແຫຼງການໃນວັນທີ 25 ມັງກອນ 2023 ວ່າ: ເຢຍລະມັນຈະສືບຕໍ່ເພີ່ມທະວີການສະໜັບສະໜູນດ້ານການທະຫານໃຫ້ແກ່ອູແກຣນ, ແລະຈະສະໜອງລົດຕັງ Leopard 2 ໃຫ້ແກ່ອູແກຣນ. ການກະທຳດັ່ງກ່າວເຮັດໃຫ້ປະຊາຊົນເຢຍລະມັນຈຳນວນໜຶ່ງຮູ້ສຶກເປັນຫ່ວງ ແລະ ຄັດຄ້ານຢ່າງຮຸນແຮງ. ວັນທີ 27 ມັງກອນນີ້, ຊາວແບັກແລັງເຊິ່ງເປັນນະຄອນຫຼວງຂອງເຢຍລະມັນໄດ້ມີປະຊາຊົນແຫ່ຂະບວນປະທ້ວງ, ຄັດຄ້ານການກະທຳທີ່ເຮັດໃຫ້ການປະທະກັນລະຫວ່າງຣັດເຊຍກັບອູແກຣນຮຸນແຮງຂຶ້ນອີກ, ແລະຮຽກຮ້ອງຍຸດຕິການຂົນສົ່ງອາວຸດໃຫ້ ອູແກຣນອີກ.

ຜູ້ປະທ້ວງໄດ້ຍົກປ້າຍຄຳຂວັນຕ່າງໆເຊັ່ນ: “ຍຸດຕິການກະທຳທີ່ເຮັດໃຫ້ການປະທະກັນຮຸນແຮງຂຶ້ນອີກ” “ຍຸດຕິການຂົນສົ່ງອາວຸດ” “ຖອນອອກຈາກນາໂຕ” ແລະອື່ນໆ, ເພື່ອຄັດຄ້ານເຢຍລະມັນແລະປະເທດສະມາຊິກອື່ນໆຂອງນາໂຕຂົນສົ່ງອາວຸດໃຫ້ແກ່ອູແກຣນຢ່າງຕໍ່ເນື່ອງ, ແລະເຮັດໃຫ້ສະຖານະການຢູ່ອູແກຣນຮຸນແຮງຂຶ້ນຕື່ມ. ມີຜູ້ປະທ້ວງຊີ້ໃຫ້ເຫັນວ່າ: ທາດແທ້ຂອງການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນ ແມ່ນອາເມຣິກາເຮັດໃຫ້ອູແກຣນກາຍເປັນສະໜາມຮົບເພື່ອຕໍ່ຕ້ານຣັດເຊຍ, ສະຫະພາບເອີຣົບກໍແມ່ນຜູ້ປະສົບເຄາະຮ້າຍ.

ອີງຕາມຜົນການຢັ່ງປະຊາມະຕິຄັ້ງຫຼ້າສຸດສະແດງໃຫ້ເຫັນວ່າ, ມີປະຊາຊົນເຢຍລະມັນ 67% ຄັດຄ້ານສະໜອງຍົນສູ້ຮົບໃຫ້ແກ່ອູແກຣນ. ຜູ້ປະທ້ວງທີ່ເຂົ້າຮ່ວມການແຫ່ຂະບວນໃນວັນທີ 27 ມັງກອນນີ້ຍັງໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆຄວນຍຸດຕິການປະທະກັນໃນທັນທີ, ແກ້ໄຂການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນໂດຍສັນຕິຜ່ານວິທີທາງການທູດ.