ໄລຍະພັກບຸນກຸດຈີນສິ້ນສຸດລົງ ແລະ ຜູ້ໂດຍສານຂາກັບກໍເລີ່ມມີຄວາມແອອັດ

2023-01-28 11:01:09 CRI

ວັນທີ 27ມັງກອນນີ້ແມ່ນວັນສຸດທ້າຍໃນໄລຍະພັກຍາມບຸນກຸດຈີນປີນີ້, ຜູ້ໂດຍສານຂາກັບກໍເລີ່ມມີຄວາມແອອັດ, ຄາດວ່າ, ທາງລົດໄຟໃນທົ່ວປະເທດຈີນຈະຂົນສົ່ງຜູ້ໂດຍສານ 12,1 ລ້ານເທື່ອຄົນ.


ຈຳນວນລົດທີ່ແລ່ນຜ່ານທາງດ່ວນໃນທົ່ວປະເທດຈີນລະຫວ່າງວັນທີ 26 ແລະ 27 ມັງກອນນີ້ຕ່າງມີຫຼາຍກວ່າ 50 ລ້ານເທື່ອຄັນ, ໂດຍສະເພາະແມ່ນລົດທີ່ແລ່ນຕາມທາງດ່ວນສາຍຫຼັກໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຜູ້ຂັບລົດເດີນທາງກັບໄດ້ເພີ່ມຂຶ້ນຫຼາຍ, ອັດຕາທີ່ຫຼາຍຄົນຊວນກັນຂີ່ລົດຄັນດຽວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນດ້ານການບິນພົນລະເຮືອນ, ຄາດວ່າຈະຂົນສົ່ງຜູ້ໂດຍສານ 9 ລ້ານເທື່ອຄົນໃນໄລຍະພັກບຸນກຸດຈີນປີນີ້. ທາງນ້ຳໃນທົ່ວປະເທດຈີນຈະຂົນສົ່ງຜູ້ໂດຍສານ 5,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 92,49% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.


ອີງຕາມຕົວເລກຂໍ້ມູນຈາກໜ່ວຍງານສະເພາະກິດການຂົນສົ່ງໃນໄລຍະບຸນກຸດຈີນຂອງກົນໄກປະສານງານການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຂອງລັດຖະບານຈີນສະແດງໃຫ້ເຫັນວ່າ: ມາຮອດວັນທີ 27 ມັງກອນນີ້, ທາງລົດໄຟ, ທາງຫຼວງ, ທາງນ້ຳ ແລະ ທາງອາກາດ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 780 ລ້ານເທື່ອຄົນ.