ຄຳເວົ້າຂອງເຈົ້າໜ້າທີ່ອາເມຣິກາສະແດງໃຫ້ເຫັນວ່າ ອາເມຣິກາມີຈຸດປະສົງທຳລາຍຄວາມໝັ້ນຄົງດ້ານພະລັງງານຂອງໂລກ

2023-01-29 11:40:08 cri

  ອີງຕາມສື່ມວນຊົນຣັດເຊຍລາຍງານໃຫ້ຮູ້ວ່າ: ວັນທີ 26 ມັງກອນນີ້, ທ່ານນາງວິກໂຕເຣຍ ນູລັນ ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ກ່າວໃນກອງປະຊຸມຟັງຄຳໃຫ້ການຂອງລັດຖະສະພາອາເມຣິກາວ່າ: ເຊື່ອວ່າ ລັດຖະບານອາເມຣິກາຮູ້ສຶກພໍໃຈຕໍ່ທໍ່ສົ່ງອາຍແກັສທຳມະຊາດ Nord Stream ຖືກທຳລາຍ.


  ຕໍ່ກັບເລື່ອງນີ້, ທ່ານນາງມາເຣຍ ຊັກຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ລະບຸຢູ່ສື່ສັງຄົມອອນລາຍເມື່ອວັນທີ 28 ມັງກອນນີ້ວ່າ: ຄຳເວົ້າຂອງທ່ານນາງນູລັນເປັນຫຼັກຖານທີ່ລັດຖະບານອາເມຣິກາເຫັນດີນຳການໂຈມຕີແບບກໍ່ການຮ້າຍຕໍ່ພື້ນຖານໂຄງລ່າງພົນລະເຮືອນ, ທັງສະແດງໃຫ້ເຫັນວ່າ ອາເມຣິກາມີຈຸດປະສົງຢາກທຳລາຍຄວາມໝັ້ນຄົງດ້ານພະລັງງານຂອງໂລກ.


   ອີງຕາມຂ່າວສານ Sputnik ຂອງຣັດເຊຍລາຍງານໃຫ້ຮູ້ວ່າ: ຄຳເວົ້າຂອງທ່ານນາງນູລັນກ່ຽວກັບທໍ່ສົ່ງອາຍແກັສທຳມະຊາດ Nord Stream ຖືກຕຳໜິຕິຕຽນຢູ່ພາຍໃນປະເທດອາເມຣິກາ.