ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຈະຟື້ນຟູການຈັດງານວາງສະແດງແບບເຊິ່ງໜ້າຢ່າງຮອບດ້ານ

2023-01-29 11:39:41 cri

ໃນກອງປະຊຸມໃຫຍ່ການພັດທະນາດ້ວຍຄຸນນະພາບສູງນະຄອນກວາງໂຈ່ວ ສປ ຈີນທີ່ຈັດຂຶ້ນໃນວັນທີ 28 ມັງກອນ 2023 ນີ້, ທ່ານສູຊືເຈ່ຍ ຫົວໜ້າສູນ ການຄ້າກັບຕ່າງປະເທດຈີນໄດ້ໃຫ້ຮູ້ວ່າ: ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຫຼືງານຕະຫຼາດນັດກວາງໂຈ່ວຄັ້ງທີ 133 ຈະໄຂຂຶ້ນໃນວັນທີ 15 ເມສາ 2023 ໂດຍຈະຟື້ນຟູການຈັດງານວາງສະແດງແບບເຊິ່ງໜ້າ ຫຼືອັອຟລາຍຢ່າງຮອບດ້ານ.

ຕາມຂ່າວໃຫ້ຮູ້ວ່າ: ງານຕະຫຼາດນັດກວາງໂຈ່ວຄັ້ງທີ 133 ຈະຟື້ນຟູການ ຈັດງານວາງສະແດງແບບເຊິ່ງໜ້າຢ່າງຮອບດ້ານ ໂດຍຈະແບ່ງເປັນ 3 ໄລຍະ, ເນື້ອທີ່ການວາງສະແດງຈະເພີ່ມຈາກ 1.180.000 ຕາແມັດໃນໄລຍະຜ່ານມາຂຶ້ນເປັນ 1.500.000 ຕາແມັດ.

ທ່ານສູຊືເຈ່ຍຍັງໃຫ້ຮູ້ຕື່ມວ່າ: ງານຕະຫຼາດນັດກວາງໂຈ່ວຄັ້ງທີ 133 ຈະເປີດກວ້າງການເຊື້ອເຊີນບໍລິສັດຜູ້ຈັດຊື້ສິນຄ້າຈາກຕ່າງປະເທດ, ພ້ອມທັງ ເປີດປະຕູຕໍ່ບໍລິສັດຜູ້ຈັດຊື້ພາຍໃນປະເທດຈີນຢ່າງຮອບດ້ານ, ໃນໄລຍະເບື້ອງ ຕົ້ນໄດ້ດຳເນີນການໂຄສະນາເຜີຍແຜ່ຕໍ່ທົ່ວໂລກແລ້ວ, ໂດຍໄດ້ເຊື້ອເຊີນບໍລິສັດ ຜູ້ຈັດຊື້ທັງພາຍໃນແລະຕ່າງປະເທດ 95 ແຫ່ງ, ຄູ່ຮ່ວມມືໃນທົ່ວໂລກ 177 ແຫ່ງ, ອົງການທຸລະະກິດຂອງສະຖານທູດ ແລະກົງສູນຈີນປະຈຳຕ່າງປະເທດ 224 ແຫ່ງ ແລະອົງການອື່ນໆມາເຂົ້າຮ່ວມງານ.