ບ້ານຕົວແບບ “ໜຶ່ງບ້ານໜຶ່ງຜະລິດຕະພັນ” ຂອງຈີນມີເຖິງ 4068 ບ້ານ

2023-01-29 11:36:03 CRI


ຫວ່າງບໍ່ດົນມານີ້, ກະຊວງກະສິກຳ ແລະ ຊົນນະບົດຈີນໃຫ້ຮູ້ວ່າ, ປີ 2022 ຜ່ານມາອຸດສາຫະກຳໃນຊົນນະບົດຈີນປາກົດມີທ່າອຽງການພັດທະນາທີ່ກ້າວໄປໃນທາງທິດທີ່ດີຢ່າງໝັ້ນທ່ຽງ, ອຸດສາຫະກຳທີ່ມີເອກະລັກພິເສດຂອງຊົນນະບົດໄດ້ພັດທະນາແບບລວມສູນຢ່າງວ່ອງໄວ.

 

ປີ 2022, ຈີນໄດ້ສະໜັບສະໜູນແຫ່ງຕ່າງໆສ້າງກຸ່ມອຸດສາຫະກຳໃໝ່ທີ່ມີເອກະລັກ ແລະ ທ່າແຮງ 40 ແຫ່ງ, ແລະສືບຕໍ່ສ້າງ 100 ແຫ່ງ, ກຸ່ມອຸດສາຫະກຳທີ່ມີມູນຄ່າທົ່ວຕ່ອງໂສ້ອຸດສາຫະກຳຫຼາຍກວ່າ 10 ຕື້ຢວນມີເຖິງ 118 ກຸ່ມ, ໄດ້ສ້າງຕາແສງເຂັ້ມແຂງດ້ານອຸດສາຫະກຳກະສິກຳໃໝ່ 200 ຕາແສງ, ລວມທັງໝົດ ໄດ້ສ້າງຕາແສງເຂັ້ມແຂງດ້ານອຸດສາຫະກຳກະສິກຳເຖິງ 1309 ຕາແສງ, ລະດົມທຶນຈາກງົບປະມານທ້ອງຖິ່ນ ແລະທຶນສັງຄົມໄດ້ຫຼາຍກວ່າ 100 ຕື້ຢວນ.

 

ປີ 2022 ຈີນໄດ້ຢັ້ງຢືນ ບ້ານຕົວແບບ “ໜຶ່ງບ້ານໜຶ່ງຜະລິດຕະພັນ” ລະດັບຊາດອີກ 395 ບ້ານ, ມາຮອດປັດຈຸບັນນີ້, ໃນທົ່ວປະເທດຈີນມີ ບ້ານຕົວແບບ “ໜຶ່ງບ້ານ ໜຶ່ງຜະລິດຕະພັນ”ເຖິງ 4.068 ບ້ານ, ໃນນັ້ນ, ຕາແສງທີ່ມີມູນຄ່າການຜະລິດຫຼາຍກວ່າ 1 ຕື້ຢວນ 199 ຕາແສງ, ບ້ານທີ່ມີມູນຄ່າການຜະລິດຫຼາຍກວ່າ 100 ລ້ານຢວນມີເຖິງ 306 ບ້ານ, ເຊິ່ງໄດ້ຊຸກຍູ້ການພັດທະນາ “ໜຶ່ງບ້ານໜຶ່ງຜະລິດຕະພັນ, ໜຶ່ງຕາແສງໜຶ່ງເອກະລັກ, ໜຶ່ງເມືອງໜຶ່ງອຸດສາຫະກຳ” ຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້ການພັດທະນາອຸດສາຫະກຳຂອງຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງແຂງແຮງ, ອຸດສາຫະກຳຊົນນະບົດປາກົດ ມີທ່າອຽງການພັດທະນາທີ່ກ້າວໄປໃນທາງທິດທີ່ດີຢ່າງໝັ້ນທ່ຽງ.