ກຸ່ມ 7 ປະເທດເຫັນດີນຳແຜນການຈຳກັດລາຄານ້ຳມັນກາຊວນທີ່ນຳເຂົ້າຈາກຣັດເຊຍ

2023-01-29 11:32:06 cri



ປະເທດຕາເວັນຕົກຈະປະຕິບັດມາດຕະການລົງໂທດຮອບໃໝ່ຕໍ່ພະລັງງານຣັດເຊຍເລີ່ມແຕ່ວັນທີ 5 ກຸມພາໜ້ານີ້ເປັນຕົ້ນໄປ,ໂດຍຈະວາງເພດານລາຄາໃໝ່ຕໍ່ນ້ຳມັນສຳເລັດຮູບເຊິ່ງລວມທັງນ້ຳມັນກາຊວນທີ່ນຳເຂົ້າຈາກຣັດເຊຍ. ສຳນັກຂ່າວສານ Bloomberg News ໄດ້ລາຍງານຂ່າວ ໃນວັນທີ 28 ມັງກອນນີ້ວ່າ, ບັນດາປະເທດສະມາຊິກສະຫະພາບເອີຣົບຜ່ານການເປິກສາຫາ ລືກັນແລ້ວໄດ້ເຫັນດີຈຳກັດລາຄານ້ຳມັນກາຊວນທີ່ນຳເຂົ້າຈາກຣັດເຊຍໃຫ້ຢູ່ລະຫວ່າງ 100 ໂດລາ ຫາ 110 ໂດລາຕໍ່ບາເຣວ, ສຳລັບແຜນການນີ້ແມ່ນໄດ້ຮັບຄວາມເຫັນດີຈາກກຸ່ມ 7 ປະເທດເຊັ່ນດຽວກັນ. 

ໂດຍແນໃສ່ກໍລະນີທີ່ປະເທດຕາເວັນຕົກອອກຄຳສັ່ງຈຳກັດລາຄານ້ຳມັນ, ກ່ອນໜ້າ ນີ້ ຣັດເຊຍໄດ້ອອກມາດຕະການຕອບໂຕ້ແລ້ວ ເຊິ່ງໄດ້ປະກາດວ່າ: ເລີ່ມຕັ້ງແຕ່ ວັນທີ 1 ກຸມພາ2023ນີ້ເປັນຕົ້ນໄປ, ຫ້າມສະໜອງຜະລິດຕະພັນນ້ຳມັນເຊື້ອໄຟ ໃຫ້ປະເທດທີ່ປະຕິບັດຄຳສັ່ງຈຳກັດລາຄານ້ຳມັນ.

 ໄປຄຽງຄູ່ກັບວັນທີ 5 ກຸມພາໜ້ານີ້ ເຊິ່ງເປັນເວລາປະຕິບັດຄຳສັ່ງຈຳກັດລາຄາ ນ້ຳມັນເຊື້ອໄຟທີ່ນຳເຂົ້າຈາກຣັດເຊຍໃກ້ຈະຫຍັບມໍ່ເຂົ້າມາ, ໄລຍະມໍ່ໆມານີ້, ບັນດາປະເທດໃນເອີຣົບໄດ້ພາກັນເລັ່ງຈັດຊື້ນ້ຳມັນເຊື້ອໄຟຈາກຣັດເຊຍ. ອີງຕາມຕົວເລກ ສະຖິຕິສະແດງໃຫ້ເຫັນວ່າ: ປີ2022ຜ່ານມາ, ສະຫະພາບເອີຣົບໄດ້ຈັດຊື້ນ້ຳມັນກາຊວນຈາກຣັດເຊຍປະມານ 220 ລ້ານບາເຣວ, ເຊິ່ງໄດ້ກວມປະມານເຄິ່ງໜຶ່ງຂອງຍອດປະລິມານການນຳເຂົ້ານ້ຳມັນກາຊວນຂອງຕົນ. ນັບແຕ່ຕົ້ນປີນີ້ມາ, ປະເທດໃນເອີຣົບໄດ້ນຳເຂົ້ານ້ຳມັນກາຊວນຈາກຣັດເຊຍຫຼາຍກວ່າ 600.000 ບາເຣວຕໍ່ມື້ ເຊິ່ງສູງກວ່າປະລິມານການນຳເຂົ້າໃນໄລຍະດຽວກັນຂອງ ປີ2022 ຜ່ານມາຢ່າງຫຼວງຫຼາຍ.