ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ສ້າງຕັ້ງ “ຮົ້ວປ້ອງກັນ” ໃນໂລກອິນເຕິເນັດ

2023-01-29 11:23:06 CRI

 

   ວັນທີ 27 ມັງກອນນີ້, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ສ້າງຕັ້ງ “ຮົ້ວປ້ອງກັນ” ໃນໂລກອິນເຕິເນັດເພື່ອສະກັດກັ້ນການແພ່ລະບາດຂອງຄໍາເວົ້າທີ່ອາຄາດບາດໝາງ, ຮູບຖານຈິດສຳນຶກລັດທິຫົວຮຸນແຮງກໍຄືຂໍ້ມູນຂ່າວສານທີ່ຜິດພາດ.


   ທ່ານ ກູເຕີເຣັສ ໄດ້ກ່າວເຕືອນໃນກິດຈະກໍາຂອງວັນລະນຶກການສັງຫານໝູ່ສາກົນທີ່ຈັດຂຶ້ນຢູ່ສໍານັກງານໃຫຍ່ອົງການສະຫະປະຊາຊາດວ່າ: ໂລກອິນເຕີເນັດໄດ້ເລັ່ງລັດການເຜີຍແຜ່ຄໍາເວົ້າທີ່ອາຄາດບາດໝາງ, ຮູບຖານຈິດສຳນຶກລັດທິຫົວຮຸນແຮງກໍຄືຂໍ້ມູນຂ່າວສານທີ່ຜິດພາດຢູ່ບ່ອນຕ່າງໆຂອງໂລກ. ພ້ອມດຽວກັນນີ້, ຫຼາຍມູມຫຼາຍແຈຂອງໂລກອິນເຕິເນັດໄດ້ຕົກເປັນ “ກອງຂີ້ເຫຍື້ອແຫ່ງຄວາມອາຄາດບາດໝາງ ແລະຄໍາຫຼອກລວງທີ່ໂຫດຮ້າຍ” ໃນນັັ້ນ, ສື່ສັງຄົມອອນລາຍແລະບໍລິສັດໂຄສະນາທີ່ກ່ຽວຂ້ອງໄດ້ມີບົດບາດສົ່ງເສີມຄໍາເວົ້າເຫຼົ່ານີ້.


   ທ່ານ ກູເຕີເຣັສ ຮຽກຮ້ອງໃຫ້ບໍລິສັດເຕັກໂນໂລຊີ, ຜູ້ວາງນະໂຍບາຍ, ສື່ມວນຊົນກໍຄືພາກສ່ວນຕ່າງໆຈົ່ງນໍາໃຊ້ມາດຕະການໃຫ້ຫຼາຍກວ່າເກົ່າ ເພື່ອສະກັດກັັ້ນການແພ່ລະບາດຂອງຄໍາເວົ້າທີ່ອາຄາດບາດໝາງແລະອື່ນໆ, ແລະຈົ່ງສ້າງຕັ້ງ “ຮົ້ວປ້ອງກັນ” ທີ່ສາມາດປະຕິດບັດໄດ້ໃນໂລກອິນເຕິເນັດ.