ຫຼາຍທ້ອງຖິ່ນຂອງອາເມລິກາເກີດການປະທ້ວງເພື່ອກ່າວປະນາມການປະຕິບັດກົດໝາຍແບບຮຸນແຮງຂອງເຈົ້າໜ້າທີ່ຕໍາຫຼວດ

2023-01-29 11:36:02 CRI

 

   ຕອນຄໍ່າວັນທີ 27 ມັງກອນນີ້, ເຈົ້າໜ້າທີ່ຕໍາຫຼວດນະຄອນເມມເຟສລັດເທນເນຊີຂອງສະຫະລັດອາເມລິກາໄດ້ເປີດເຜີຍຄຣິບວິດີໂອທີ່ທ້າວ ເທວ ນິໂກສ ຄົນເຊື້ອສາຍອາຟຣິກາ ເສຍຊີວິດຍ້ອນຖືກປະຕິບັດກົດໝາຍແບບຮຸນແຮງຈາກເຈົ້າໜ້າທີ່ຕໍາຫຼວດໃນວັນທີ 7 ມັງກອນນີ້.



   ພາຍຫຼັງຄຣິບວິດີໂອດັ່ງກ່າວຖືກເປີດເຜີຍ, ເຮັດໃຫ້ຫຼາຍທ້ອງຖິ່ນຂອງອາເມລິກາເກີດການປະທ້ວງເພື່ອກ່າວປະນາມບັນຫາການປະຕິບັດກົດໝາຍແບບຮຸນແຮງຂອງເຈົ້າໜ້າທີ່ຕໍາຫຼວດກໍຄືບັນຫາລັດທິຈໍາແນກເຊື້ອຊາດຜິວພັນທີ່ເປັນບັນຫາຊໍ້າເຮື້ອຂອງອາເມລິກາ.


   ອີງຕາມຂໍ້ມູນຈາກເວັບໄຊຕິດຕາມການປະຕິບັດກົດໝາຍແບບຮຸນແຮງຂອງເຈົ້າໜ້າທີ່ຕໍາຫຼວດອາເມລິກາໃຫ້ຮູ້ວ່າ, ປີ 2022 ຜ່ານມາ, ການປະຕິບັດກົດໝາຍແບບຮຸນແຮງຂອງເຈົ້າໜ້າທີ່ຕໍາຫຼວດອາເມລິກາໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 1.186 ຄົນ ເຊິ່ງເປັນສະຖິຕິສູງສຸດໃນຮອບ 10 ປີຜ່ານມາ, ໃນນັ້ນ, ຜູ້ເສຍຊີວິດກວມ 26% ແມ່ນຄົນເຊື້ອສາຍອາຟຣິກາ.