ລັດຖະມົນຕີຄົມມະນາຄົມອິນໂດເນເຊຍຕີລາຄາສູງຕໍ່ຄວາມຄືບໜ້າການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ

2023-01-29 11:25:20 CRI

 

   ທ່ານ ບຸດີ ກາຢາ ສຸມາດີ ລັດຖະມົນຕີກະຊວງຄົມມະນາຄົມອິນໂດເນເຊຍ ໄດ້ກ່າວໃນວັນທີ 28 ມັງກອນນີ້ວ່າ: ຫວັງວ່າພາກສ່ວນທີ່ເຂົ້າຮ່ວມການກໍ່ສ້າງຕ່າງໆຂອງອິນໂດເນເຊຍແລະຈີນຈະສືບຕໍ່ພະຍາຍາມ ເພື່ອຊຸກຍູ້ການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ເຊິ່ງເປັນໂຄງການຮ່ວມມືກໍ່ສ້າງລະຫວ່າງສອງປະເທດນັ້ນ ໃຫ້ໄດ້ຮັບຜົນສໍາເລັດແລະເປີດນໍາໃຊ້ຕາມເວລາກໍານົດ.


   ທ່ານ ບຸດີ ກ່າວຕື່ມວ່າ: ປີນີ້ເປັນປີທີ່ສໍາຄັນຂອງການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ, ຫວັງວ່າພາກສ່ວນທີ່ເຂົ້າຮ່ວມການກໍ່ສ້າງຕ່າງໆຂອງສອງປະເທດຈະສືບຕໍ່ພະຍາຍາມ ແລະປະສານງານຢ່າງໃກ້ຊິດ, ແກ້ໄຂບັນຫາ ແລະຂໍ້ຫຍຸ້ງຍາກຕ່າງໆ ເພຶື່ອຊຸກຍູ້ການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໃຫ້ໄດ້ຮັບຜົນສໍາເລັດແລະເປີດນໍາໃຊ້ຕາມເວລາກໍານົດ.


   ໂຄງການທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ເຊື່ອມຕໍ່ລະຫວ່າງນະຄອນຫຼວງຈາກາຕາ ແລະ ບັນດຸງ ເມືອງທ່ອງທ່ຽວທີ່ມີຊື່ສຽງຂອງປະເທດອິນໂດເນເຊຍ, ມີຄວາມຍາວທັງໝົດ 142,3 ກິໂລແມັດ.