ເຈົ້າໜ້າທີ່ຣັດເຊຍກ່າວວ່າ: ອາເມຣິກາສະໜອງລົດຕັງໃຫ້ແກ່ອູແກຣນໄດ້ເຮັດໃຫ້ການປະທະກັນຮຸນແຮງຂຶ້ນຕື່ມ

2023-01-30 15:24:16 cri


ພາຍຫຼັງຣັດເຊຍ ແລະ ອູແກຣນເກີດການປະທະກັນເປັນຕົ້ນມາ, ປະເທດສະມາຊິກນາໂຕທີ່ນຳໂດຍອາເມຣິກາໄດ້ສະໜອງອາວຸດໃຫ້ແກ່ອູແກຣນຢ່າງບໍ່ຢຸດຢັ້ງ. ຫວ່າງມໍ່ໆມານີ້, ອາເມຣິກາຖະແຫຼງວ່າຈະສະໜອງລົດຕັງ “Abrams” 31 ຄັນໃຫ້ແກ່ອູແກຣນ, ແລະກ່າວວ່າການກະທຳດັ່ງກ່າວບໍ່ແມ່ນເພື່ອເຮັດໃຫ້ການປະທະກັນຮຸນແຮງຂຶ້ນຕື່ມ.

ກ່ຽວກັບເລື່ອງນີ້, ທ່ານເຊີເກ ຣິຢັບຄົຟ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວໃນວັນທີ 29 ມັງກອນນີ້ວ່າ: ການສະໜອງລົດຕັງປະຈັນບານຫຼັກໃຫ້ແກ່ອູແກຣນແມ່ນ “ບາດກ້າວທີ່ມີລັກສະນະທຳລາຍຮຸນແຮງທີ່ສຸດ” ຂອງອາເມຣິກາ. ການກະທຳຂອງອາເມຣິກາແມ່ນເພື່ອເຮັດໃຫ້ການປະທະກັນຮຸນແຮງຂຶ້ນຕື່ມ.

ມື້ດຽວກັນ, ທ່ານໂວໂລດິນ ວິຢາເຊັສລັຟ ປະທານສະພາດູມາຂອງຣັດເຊຍກ່າວວ່າ: ປັດຈຸບັນ, ອູແກຣນໄດ້ກາຍເປັນສະໜາມທົດລອງອາວຸດໃໝ່ ແລະ ວິທີສູ້ຮົບໃໝ່ຂອງອາເມຣິກາ ແລະ ນາໂຕ. ອາເມຣິກາໄດ້ສົ່ງນາຍທະຫານໄປເປັນຄູ່ເຝິກຢູ່ອູແກຣນ ແລະ ສະໜອງອາວຸດໜັກໃຫ້ແກ່ອູແກຣນ, ແມ່ນຫຼັກຖານທີ່ອາເມຣິກາເຂົ້າຮ່ວມສົງຄາມອູແກຣນໂດຍກົງ.