ອີຣານກ່າວວ່າໄດ້ປ້ອງກັນການໂຈມຕີດ້ວຍເຮືອບິນແບບບໍ່ມີຂົນຂັບທີ່ແນໃສ່ໂຮງງານຜະລິດອາວຸດ

2023-01-30 15:25:03 cri


ວັນທີ 29 ທັງກອນ 2023, ກະຊວງປ້ອງກັນປະເທດອີຣານອອກຖະແຫຼງການວ່າ: ອີຣານໄດ້ປ້ອງກັນການໂຈມຕີດ້ວຍເຮືອບິນແບບບໍ່ມີຄົນຂັບທີ່ແນໃສ່ໂຮງງານຜະລິດອາວຸດແຫ່ງໜຶ່ງທີ່ຕັ້ງຢູ່ນະຄອນອິສເຟຮັນທາງພາກກາງຂອງອີຣານຢ່າງສຳເລັດຜົນ.

ຖະແຫຼງການລະບຸວ່າ: ການໂຈມຕີເກີດຂຶ້ນໃນເວລາ 23 ໂມງ 30 ນາທີຂອງວັນທີ 28 ມັງກອນນີ້, ມີເຮືອບິນແບບບໍ່ມີຄົນຂັບ 3 ລຳເຂົ້າຮ່ວມການໂຈມຕີ. ການໂຈມຕີດັ່ງກ່າວບໍ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼືບາດເຈັບ. ພາກສ່ວນປ້ອງກັນຄວາມໝັ້ນຄົງຂອງອີຣານໄດ້ດຳເນີນການສືບສວນແລ້ວ, ເພື່ອຊອກຫາຜູ້ຢູ່ເບື້ອງຫຼັງໃນເຫດການໂຈມຕີດັ່ງກ່າວ.