ຕະຫຼາດຈີນທີ່ຟື້ນຕົວຄືນຢ່າງວ່ອງໄວໃນໄລຍະພັກບຸນກຸດຈີນໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາທີ່ແຂງແຮງ

2023-01-30 17:00:34 CRI

ໄລຍະພັກບຸນກຸດຈີນປີ 2023 ຫາກໍ່ໄດ້ຜ່ານພົ້ນໄປ, ໃນຂະນະທີ່ບາງປະເທດຕາເວັນຕົກຕັ້ງໃຈສ້າງຄວາມເສື່ອມເສຍຊື່ສຽງໃຫ້ປະເທດຈີນ ແລະ ປະຕິບັດມາດຕະການຈຳກັດການເດີນທາງເຂົ້າປະເທດສຳລັບນັກທ່ອງທ່ຽວຈີນ ດ້ວຍຂໍ້ອ້າງການແພ່ລະບາດຂອງພະຍາດໂຄວິດ-19 ນັ້ນ, ຕະຫຼາດຈີນພັດໃຫ້ໂລກໄດ້ເຫັນເຖິງຄວາມມີຊີວິດຊີວາທີ່ແຂງແຮງດ້ວຍພາບທີ່ຄຶກຄັກຂອງເສດຖະກິດໃນໄລຍະບຸນກຸດຈີນ.


ຕາມສູນຂໍ້ມູນຂອງກະຊວງວັດທະນະທຳແລະທ່ອງທ່ຽວຈີນຄາດຄະເນວ່າ: ໃນໄລຍະພັກບຸນກຸດຈີນປີນີ້, ມີນັກທ່ອງທ່ຽວຈີນໄປທ່ຽວພາຍໃນປະເທດ 308 ລ້ານເທື່ອຄົນ, ເພີ່ມຂຶ້ນ 23,1% ເມື່ອທຽບໃສ່ໄລຍະພັກບຸນກຸດຈີນປີຜ່ານມາ ແລະ ໄດ້ຟື້ນຟູຮອດ 88,6% ຂອງໄລຍະພັກບຸນກຸດຈີນປີ 2019.


ໃນໄລຍະພັກບຸນກຸດຈີນປີນີ້, ນັກທ່ອງທ່ຽວຈີນໄດ້ອອກໄປທ່ຽວເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ຄ່າໂຮງແຮມແລະບ້ານພັກຕ່າງໆເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນຖານະເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ, ຄ່າປີ້ຍົນແລະໂຮງແຮມຂອງນະຄອນຊານຢ້າແຂວງໄຫຫຼຳຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ເມື່ອທຽບໃສ່ໄລຍະພັກບຸນປີໃໝ່ສາກົນປີນີ້, ຄ່າຂອງໂຮງແຮມບາງແຫ່ງໄດ້ເພີ່ມຂຶ້ນເປັນ 4 ເທົ່າ; ຢູ່ນະຄອນຫຼິງສຸຍ ແລະ ນະຄອນສົງໄຫ ທີ່ໃກ້ກັບນະຄອນຊານຢ້າ, ໃບສັ່ງຈອງດ້ານທ່ອງທ່ຽວກໍໄດ້ເຕີບໂຕຫຼາຍກວ່າ 70%. ຄ່າບ້ານພັກທຳມະດາໃນກິ່ງແຂວງສິບສອງພັ່ນນາ ທີ່ເປັນອີກຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວ ກໍໄດ້ເພີ່ມຂຶ້ນເປັນ 1.000 ກວ່າຢວນ ໃນໄລຍະພັກບຸນກຸດຈີນປີນີ້.

ນັກທ່ອງທ່ຽວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ກໍໄດ້ເຮັດໃຫ້ເສດຖະກິດທ່ອງທ່ຽວຂອງຈີນຟື້ນຕົວຄືນຢ່າງວ່ອງໄວ. ໃນໄລຍະພັກບຸນກຸດຈີນປີນີ້, ລາຍຮັບດ້ານການທ່ອງທ່ຽວພາຍໃນປະເທດຈີນໄດ້ບັນລຸເຖິງ 375,843 ຕື້ຢວນ, ຟື້ນຟູຂຶ້ນຮອດ 73,1% ຂອງໄລຍະພັກບຸນກຸດຈີນປີ 2019.


ຕົວເລກຂໍ້ມູນຫຼ້າສຸດທີ່ກະຊວງປ້ອງກັນຄວາມສະຫງົບຈີນເປີດເຜີຍສະແດງໃຫ້ເຫັນວ່າ: ໃນໄລຍະພັກບຸນກຸດຈີນປີນີ້, ຈຳນວນຄົນເຂົ້າ-ອອກເມືອງໄດ້ມີເຖິງ 2.877.000 ເທື່ອຄົນ ຫຼື 410.000 ເທືື່ອຄົນສະເລ່ຍຕໍ່ມື້, ເພີ່ມຂຶ້ນ 120,5% ເມື່ອທຽບໃສ່ໄລຍະພັກບຸນກຸດຈີນປີຜ່ານມາ. ໃບສັ່ງຈອງທ່ອງທ່ຽວພາຍໃນແລະຕ່າງປະເທດໃນທາງອອນລາຍຂອງຫຼາຍບໍລິສັດ ລ້ວນແຕ່ເພີ່ມຂຶ້ນຮອດລະດັບສູງສຸດໃນຮອບ 3 ປີຜ່ານມາ, ເຈົ້າໜ້າທີ່ຂັ້ນສູງຂອງໄທ ແລະ ຟີລິບປິນ ກໍໄດ້ໄປຕ້ອນຮັບນັກທ່ອງທ່ຽວຈີນຢູ່ສະໜາມບິນຂອງປະເທດຕົນ.


ໃນໄລຍະບຸນກຸດຈີນປີນີ້, ປີ້ເຂົ້າຊົມຮູບເງົາຂອງຈີນກໍຂາຍດິບຂາຍດີເຊັ່ນກັນ. ຕົວເລກຂໍ້ມູນທີ່ສຳນັກງານຮູບເງົາແຫ່ງຊາດຈີນເປີດເຜີຍໃນວັນທີ 28 ມັງກອນນີ້ສະແດງໃຫ້ເຫັນວ່າ, ຍອດມູນຄ່າຂາຍປີ້ເຂົ້າຊົມຮູບເງົາໃນໄລຍະພັກບຸນກຸດຈີນປີນີ້ໄດ້ບັນລຸເຖິງ 6.758.000.000 ຢວນ, ໄດ້ລຽງຢູ່ອັນດັບ 2 ໃນໄລຍະດຽວກັນຂອງປະຫວັດສາດ, ລາຍຮັບຂາຍປີ້ໃນມື້ໜຶ່ງຂອງໂຮງຮູບເງົາບາງແຫ່ງໄດ້ຫຼາຍກວ່າຍອດມູນຄ່າຂາຍປີ້ໃນສອງເດືອນປາຍຜ່ານມາ.


ຄວາມໄວການຟື້ນຕົວຄືນຂອງເສດຖະກິດໃນໄລຍະພັກບຸນກຸດຈີນກໍໄດ້ເພີ່ມຄວາມໝັ້ນໃຈໃຫ້ແກ່ການຟື້ນຕົວຄືນຂອງເສດຖະກິດໂລກ, ຕະຫຼາດຈີນທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ ແລະ ມີຄວາມຕ້ອງການທີ່ແຂງແຮງ ກໍຈະກະຕຸກຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ສ້າງຄວາມຫວັງໃຫ້ແກ່ການຟື້ນຕົວຄືນຂອງເສດຖະກິດໂລກ.