ລະບົບເງິນຕາຂອງໂລກພວມຫັນເປັນຫຼາຍຂົ້ວຢ່າງເປັນກ້າວໆ

2023-01-30 14:57:00 CRI

ເວັບໄຊ “ໜັງສືພິມນັກເສດຖະສາດ” ແອສປາຍໄດ້ລົງບົດຄວາມໃນວັນທີ 23 ມັງກອນນີ້ວ່າ: ຖານະນຳພາທົ່ວໂລກໃນຮອບ 70 ປີຂອງເງິນໂດລາສະຫະລັດພວມຖືກບັ່ນທອນເທື່ອລະກ້າວ. ການຂາດທາງເລືອກອື່ນ ໄດ້ກາຍເປັນສິ່ງຄ້ຳປະກັນໃຫຍ່ທີ່ສຸດ ສຳລັບເງິນໂດລາສະຫະລັດຍັງຄອງສິດເຈົ້າອຳນາດໃນລະບົບເງິນຕາທົ່ວໂລກ. ແຕ່ວ່າ,ສິ່ງນີ້ບໍ່ສາມາດສະກັດກັ້ນທະນາຄານກາງຂອງປະເທດຕ່າງໆທີ່ຂາດຄວາມໝັ້ນໃຈຕໍ່ເງິນໂດລາສະຫະລັດເທື່ອລະກ້າວ, ພວກເຂົາເຈົ້າໄດ້ຫັນປ່ຽນສາຍຕາໄປສູ່ສະກຸນເງິນຕາອືື່ນ ຫຼື ຊັບສິນອື່ນ. ລະບົບເງິນຕາພວມພັດທະນາຢ່າງບໍ່ຢຸດຢັ້ງ ແລະ ພວມໄດ້ຫັນຈາກຮູບແບບທີ່ຖືເງິນໂດລາສະຫະລັດເປັນໃຈກາງກາຍມາເປັນຮູບແບບທີ່ມີຫຼາຍຂົ້ວ.


ຕະຫຼອດໄລຍະ 3 ປີຜ່ານມາ, ເສດຖະກິດໂລກ, ນະໂຍບາຍເສດຖະກິດ ແລະ ການເມືອງພູມີພາກ ລ້ວນແຕ່ໄດ້ເກີດມີການປ່ຽນແປງຢ່າງກະທັນຫັນ.ຄືກັນກັບໄລຍະເກີດການປັ່ນປ່ວນທາງເສດຖະກິດ ແລະ ການເມືອງພູມີພາກໃນເມື່ອກ່ອນ, ບັນຫາທີ່ລະບົບເງິນຕາສາກົນຈະເກີດມີການປ່ຽນແປງລັກສະນະພື້ນຖານໃນໄລຍະຍາວຫຼືບໍ່ ໄດ້ຖືກຍົກຂຶ້ນມາພິຈາລະນາແລ້ວ.