ຢູ່ຫຼາຍທ້ອງຖິ່ນຂອງຈີນເລີ່ມທົດລອງໃຊ້ເງິນຢວນດີຈີຕອນ ໂດຍກວມເອົາຫຼາຍກໍລະນີ ແລະຂົງເຂດ

2023-01-30 15:03:03 cri

ເງິນຢວນດີຈີຕອນເປັນເງິນຕາຮູບແບບດີຈີຕອນທາງການທີ່ພິມໂດຍທະນາຄານກາງຂອງຈີນ, ການນຳໃຊ້ເງິນຢວນດີຈີຕອນໄດ້ກາຍເປັນ “ກະແສນິຍົມໃໝ່” ຂອງປະຊາຊົນຢູ່ຫຼາຍທ້ອງຖິ່ນຂອງຈີນ.

 ເຂດທົດລອງໃຊ້ເງິນຢວນດີຈີຕອນຫຼາຍແຫ່ງ ເຊັ່ນ: ນະຄອນເສີ່ນເຈີ້ນ, ທຽນສິນ, ເວີ່ນໂຈ່ວ ແລະນະຄອນຈີໜານ ຕ່າງກໍໄດ້ຈັດກິດຈະກຳແຈກຄູປອງບໍລິໂພກສຳລັບເງິນຢວນດີຈີຕອນ. ອີງຕາມສະຖິຕິເບື້ອງຕົ້ນ, ກິດຈະກຳແຈກຄູປອງບໍລິໂພກຢູ່ເຂດທົດລອງໃຊ້ເງິນຢວນດີຈີຕອນດັ່ງກ່າວມີມູນຄ່າຫຼາຍກວ່າ 180 ລ້ານຢວນ ເຊິ່ງໄດ້ຊຸກຍູ້ການບໍລິໂພກໃນໄລຍະບຸນກຸດຈີນຢ່າງມີປະສິດທິຜົນ. ສິ່ງທີ່ໜ້າສົນໃຈຄື: ໃນໄລຍະບຸນກຸດຈີນປີນີ້, ເງິນຢວນດີຈີຕອນສາມາດນຳໃຊ້ໄດ້ໃນຫຼາຍກໍລະນີກວ່າເກົ່າ ເຊິ່ງກວມເອົາຮ້ານສັບພະສິນຄ້າ, ຊຸບເປີມາເກັດ, ການສັນຈອນໄປມາ, ວັດທະນະທຳ, ການທ່ອງທ່ຽວ ແລະຂົງເຂດອື່ນໆ.

ນັບແຕ່ປີ 2022 ເປັນຕົ້ນມາ, ການທົດລອງໃຊ້ເງິນຢວນດີຈີຕອນໄດ້ມີການບຸກທະລຸໃນຫຼາຍດ້ານ. ມາຮອດປັດຈຸບັນ, ທະນາຄານປະຊາຊົນຈີນ ທີ່ເປັນທະນາຄານກາງຂອງຈີນ ໄດ້ປະຕິບັດການທົດລອງໃຊ້ເງິນຢວນດີຈີຕອນຢູ່ເຂດແຄວ້ນຈຳນວນໜຶ່ງໃນ 17 ແຂວງຂອງຈີນ.