ກະຊວງຍຸຕິທຳອາເມຣິກາກ່າວວ່າ: ການສືບສວນກ່ຽວກັບເອກະສານລັບທີ່ມີທ່ານໂຈ ໄບເດັນ ແລະທ່ານໂດໂນ ທຣຳເປັນຜູ້ກ່ຽວ ຈະດຳເນີນໄປຕາມເວລາກຳນົດ

2023-01-30 15:11:49 cri

ຕາມສຳນັກຂ່າວ CNN ລາຍງານໃນວັນທີ 29 ມັງກອນນີ້ໃຫ້ຮູ້ວ່າ: ປັດຈຸບັນ, ກະຊວງຍຸຕິທຳ ອາເມຣິກາໄດ້ແຈ້ງໃຫ້ຄະນະກຳມະການຂ່າວລັບຂອງສະພາສູງອາເມຣິກາຮູ້ວ່າ: ການສືບສວນ-ສອບສວນເຫດການທີ່ຄົ້ນພົບເອກະສານລັບຢູ່ບ່ອນພັກຂອງທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ແລະທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາ ຈະດຳເນີນໄປຕາມເວລາກຳນົດ.

ຂ່າວລາຍງານວ່າ: ກະຊວງຍຸຕິທຳອາເມຣິກາ ກຳລັງຮ່ວມມືກັບຫ້ອງການຜູ້ອຳນວຍການຂ່າວລັບແຫ່ງຊາດອາເມຣິກາ ເພື່ອໃຫ້ໄດ້ຮັບຂໍ້ມູນທີ່ສະພາສູງອາເມຣິກາຕ້ອງການ. ພ້ອມກັນນັ້ນ, ກະຊວງຍຸຕິທຳອາເມຣິກາແຈ້ງໃຫ້ຮູ້ວ່າ: ຈະບໍ່ແຊກແຊງທີ່ເປິກສາພິເສດສືບຕໍ່ປະຕິບັດໜ້າທີ່ສືບສວນ-ສອບສວນ.