ອິນໂດເນເຊຍຈັດພິທີເລີ່ມດຳລົງຕຳແໜ່ງປະເທດປະທານໝູນວຽນອາຊຽນ 2023

2023-01-31 15:08:22 cri

ພິທີເລີ່ມດຳລົງຕຳແໜ່ງປະເທດປະທານໝູນວຽນອາຊຽນ 2023 ຂອງອິນໂດເນເຊຍ ແລະກິດຈະກຳວັນບໍ່ໃຊ້ລົດຈາກາກຕາ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 29 ມັງກອນນີ້. ທ່ານໂຈໂກ ວີໂດໂດ ປະທານາທິບໍດິອິນໂດເນເຊຍ ແລະຜູ້ຮັກສາການເຈົ້າແຂວງແຂວງຈາກາກຕາ ພ້ອມດ້ວຍທູຕານຸທູດຂອງປະເທດຕ່າງໆປະຈຳອິນໂດເນເຊຍ, ທູຕານຸທູດຂອງປະເທດຕ່າງໆປະຈຳອາຊຽນ ແລະຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆປະຈຳອິນໂດເນເຊຍ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານໂຈໂກ ວີໂດໂດ ປະທານາທິບໍດິອິນໂດເນເຊຍ ພ້ອມດ້ວຍແຂກຜູ້ມີກຽດ ໄດ້ເຂົ້າຮ່ວມການຍ່າງໃນກິດຈະກຳວັນບໍ່ໃຊ້ລົດຈາກາກຕາ. ຫຼັງຈາກນັ້ນ, ທ່ານໂຈໂກ ວີໂດໂດໄດ້ກ່າວຄຳປາໄສ ໂດຍປະກາດຢ່າງເປັນທາງການວ່າ: ອິນໂດເນເຊຍເລີ່ມປະຕິບັດວຽກງານທີ່ກ່ຽວຂ້ອງເພື່ອດຳລົງຕຳແໜ່ງເປັນປະເທດປະທານໝູນວຽນອາຊຽນ 2023.