ຈີນຕອບຄຳຖາມກ່ຽວກັບປະເທດຈີນຟື້ນຟູການອອກວີຊາທຳມະດາໃຫ້ແກ່ປະຊາຊົນຍີ່ປຸ່ນ

2023-01-31 14:37:11 cri

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 30 ມັງກອນ 2023, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບປະເທດຈີນຟື້ນຟູການອອກວີຊາທຳມະດາໃຫ້ແກ່ປະຊາຊົນຍີ່ປຸ່ນ.

ນາງເໝົານິງ ກ່າວວ່າ: ສະຖານທູດຍີ່ປຸ່ນປະຈຳຈີນໄດ້ປະກາດຟື້ນຟູການກວດກາ ແລະ ອອກວີຊາໄປຍີ່ປຸ່ນໃຫ້ແກ່ປະຊາຊົນຈີນໃນວັນທີ 20 ມັງກອນນີ້, ສະນັ້ນປະເທດຈີນກໍໄດ້ຟື້ນຟູການອອກວີຊາມາປະເທດຈີນໃຫ້ແກ່ປະຊາຊົນຍີ່ປຸ່ນເຊັ່ນດຽວກັນ. ປະເທດຈີນຄັດຄ້ານຖືເອົາການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຫັນເປັນບັນຫາການເມືອງມາໂດຍຕະຫຼອດ, ເຫັນວ່າຄວນຍົກເລີກມາດຕະການຈຳກັດແບບດູໝິ່ນທີ່ແນໃສ່ປະເທດຈີນ. ພວກເຮົາຍິນດີຮ່ວມກັນກັບຝ່າຍຕ່າງໆ, ສ້າງຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນແບບປົກກະຕິລະຫວ່າງປະຊາຊົນຈີນ ແລະ ຕ່າງປະເທດ.