ປີ 2023 ຊາວຜິວດຳອາເມຣິກາຍັງ “ຫາຍໃຈບໍ່ໄດ້” ຄືເກົ່າ

2023-01-31 16:11:03 CRI

ວັນທີ 25 ພຶດສະພາປີ 2020, ທ້າວຈອສ ຟລອຍ ຊາວອາເມຣິກາເຊື້ອສາຍອາຟຣິກາ ຖືກເຈົ້າໜ້າທີ່ຕຳຫຼວດຊາວຜິວຂາວລັດມິນເນໂຊດາ “ໃຊ້ຫົວເຂົ່າເຕັກລົງໃສ່ຄໍຈົນເສຍຊີວິດ”, ກ່ອນເສຍຊີວິດ, ທ້າວຈອສ ຟລອຍຮ້ອງຂໍວ່າ “ຂ້ອຍຫາຍໃຈບໍ່ໄດ້ແລ້ວ”, ອັນໄດ້ສ້າງຄວາມສະເທືອນໃຈແກ່ຊາວໂລກ, ປະຊາຊົນທ້ອງຖິ່ນຕ່າງໆຂອງອາເມຣິກາກໍໄດ້ແຫ່ຂະບວນປະທ້ວງ ເພື່ອຕ້ານການຈຳແນກເຊື້ອຊາດຜິວພັນ ແລະ ຕ້ານການປະຕິບັດກົດໝາຍແບບໃຊ້ຄວາມຮຸນແຮງຂອງເຈົ້າໜ້າທີ່ຕຳຫຼວດ ຍ້ອນເຫດນັ້ນ ເຊິ່ງເອີ້ນວ່າຂະບວນການ “ຊີວິດຂອງຊາວຜິວດຳກໍແມ່ນຊີວິດທີ່ມີຄ່າ” ແລະ ໄດ້ຂະຫຍາຍໄປສູ່ທ້ອງຖິ່ນຕ່າງໆຂອງອາເມຣິກາ.


ແຕ່ວ່າ, ສອງປີປາຍຜ່ານພົ້ນໄປແລ້ວ, ລັດຖະບານອາເມຣິກາກໍຍັງບໍ່ສາມາດແກ້ໄຂບັນຫາຈຳແນກເຊື້ອຊາດຜິວພັນຢ່າງເປັນລະບົບຂອງອາເມຣິກາໄດ້ເທື່ອ, ການປະຕິບັດກົດໝາຍແບບໃຊ້ຄວາມຮຸນແຮງຂອງເຈົ້າໜ້າທີ່ອາເມຣິກາຍັງປາກົດມີຄວາມຮ້າຍແຮງກວ່າເກົ່າຕື່ມອີກ.


ຫວ່າງກ່ອນນີ້ບໍ່ດົນ, ທ້າວໄຕເອີ ນິໂຄນສ ຊາວອາເມຣິກາເຊື້ອສາຍອາຟຣິກາຢູ່ນະຄອນແມມຟີສລັດເຕນເນຊີອາເມຣິກາຖືກເຈົ້າໜ້າທີ່ຕຳຫຼວດຕີຈົນເສຍຊີວິດ ເຫດການນີ້ໄດ້ເຮັດໃຫ້ທົ່ວປະເທດອາເມຣິກາເກີດການແຫ່ຂະບວນປະທ້ວງຢ່າງຂະໜາດໃຫຍ່ອີກຄັ້ງໃໝ່.


ອີງຕາມວີດີໂອຂອງເຈົ້າໜ້າທີ່ຕຳຫຼວດອາເມຣິກາສະແດງໃຫ້ເຫັນວ່າ, ວັນທີ 7 ມັງກອນນີ້ຕາມເວລາທ້ອງຖິ່ນ, ທ້າວໄຕເອີ ນິໂຄນສຖືກເຈົ້າໜ້າທີ່ຕຳຫຼວດຫຼາຍຄົນລັດລົດຕາມທາງກັບບ້ານ ດ້ວຍເຫດຜົນທີ່ວ່າ ການຂັບຂີ່ແບບອັນຕະລາຍ, ພາຍໃຕ້ສະພາບການທີ່ບໍ່ມີການຂັດຂືນທີ່ຮ້າຍແຮງແຕ່ປະການໃດ, ເຈົ້າໜ້າທີ່ຕຳຫຼວດ 5 ຄົນໄດ້ສີດນ້ຳໝາກພິກໄທໃສ່ທ້າວໄຕເອີ ນິໂຄນສ ແລະ ໃຊ້ປືນໄຟຟ້າຊັອດຮ່າງກາຍຂອງທ້າວໄຕເອີ ນິໂຄນສ ແລະ ຍັງໄດ້ທຸບຕີລາວເຖິງ 3 ນາທີ. ໃນໄລຍະນັ້ນ, ທ້າວໄຕເອີ ນິໂຄນສເຄີຍກ່າວວ່າຕົນຫາຍໃຈຍາກ, ແລ້ວຖືກສົ່ງໄປກອບກູ້ຢູ່ໂຮງໝໍ, ແຕ່ບໍ່ຖືກຈັ່ງບຸນເລີຍຖືກປະກາດວ່າເສຍຊີວິດ ຫຼັງຈາກນັ້ນ 3 ວັນ.


ວັນທີ 27 ມັງກອນນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ອອກຖະແຫຼງການວ່າ, ທ່ານຮູ້ສຶກ “ໂກດແຄ້ນ ແລະ ເຈັບປວດໃຈທີ່ສຸດ” ຕໍ່ເຫດນີ້, ແຕ່ທ່ານກໍພຽງແຕ່ໄດ້ເວົ້າຊື່ໆ ແລະ ບໍ່ມີການກະທຳຕົວຈິງຫຍັງເລີຍ. ຄືກັນກັບປີ 2021, ໃນຂະນະທີ່ເຈົ້າໜ້າທີ່ຕຳຫຼວດຖືກວາງໂທດໃນຄະດີຄາດຕະກຳທ້າວຈອສ ຟລອຍນັ້ນ, ທ່ານໂຈ ໄບເດັນ ກໍເຄີຍໄດ້ກ່າວຖ້ອຍຄຳທີ່ຄ້າຍຄືກັນ, ແຕ່ບັນຫາການປະຕິບັດກົດໝາຍແບບໃຊ້ຄວາມຮຸນແຮງຂອງອາເມຣິກາ ພັດບໍ່ໄດ້ຮັບການແກ້ໄຂໂດຍພື້ນຖານ, ເຫດການທີ່ເກີດຂຶ້ນຢູ່ນະຄອນແມມຟີສເທື່ອນີ້ ກໍອາດຈະເປັນພຽງເຫດການທີ່ຄ້າຍຄືກັນກັບເຫດການທ້າວຈອສ ຟລອຍເທົ່ານັ້ນ. ດັ່ງຄຳວິຈານຂອງໜັງສືພິມ “ນິວຢອກທາມ” ທີ່ກ່າວວ່າ, ບັນຫານີ້ເໝືອນກັບ “ບາດແຜບໍ່ໄດ້ຮັກສາແລະກຳລັງເປື່ອຍຢູ່, ເລືອດກຳລັງຊຶມອອກຈາກຜ້າພັນ”.


ທ່ານມາຕິນ ລູເທີ ຄິງ ຜູ້ນຳສິດທິພົນລະເມືອງຂອງອາເມຣິກາເຄີຍກ່າວປາຖະກະຖາທີ່ມີຊື່ສຽງທີ່ພາດຫົວຂໍ້ວ່າ “ຂ້ອຍມີຄວາມໃຝ່ຝັນຢ່າງໜຶ່ງ”, ແຕ່ຫຼາຍສິບປີຜ່ານໄປແລ້ວ, ການບັນລຸຄວາມສະເໝີພາບກັນລະຫວ່າງເຊື້ອຊາດຜິວພັນຢູ່ອາເມຣິກາຍັງແມ່ນຄວາມໃຝ່ຝັນຄືເກົ່າ. ປີ 2023 ຊາວຜິວດຳອາເມຣິກາຍັງ “ຫາຍໃຈບໍ່ໄດ້” ຄືເກົ່າ.