IMF ຄາດວ່າເສດຖະກິດໂລກໃນປີ 2023 ຈະເຕີບໂຕ 2,9%

2023-01-31 10:51:35 CRI

ວັນທີ 30 ມັງກອນນີ້, ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ເຜີຍແຜ່ “ບົດລາຍງານແລມອງເສດຖະກິດໂລກ” ສະບັບປັບປຸງໂດຍຄາດຄະເນວ່າ, ເສດຖະກິດໂລກໃນປີ 2023 ຈະເຕີບໂຕ 2,9% ແລະ ຈະເຕີບໂຕ 3,1% ໃນປີ 2024.


ເມື່ອທຽບໃສ່ “ບົດລາຍງານແລມອງເສດຖະກິດໂລກ” ທີ່ IMF ເຜີຍແຜ່ໃນເດືອນຕຸລາປີຜ່ານມາ, ເນື້ອໃນປັບປຸງໄດ້ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ການຄາດຄະເນການເຕີບໂຕເສດຖະກິດໂລກໃນປີ 2023 (ການຄາດຄະເນເດີມແມ່ນ 2,7%), ແຕ່ຕ່ຳກວ່າລະດັບສະເລ່ຍທີ່ເປັນ 3,8% ໃນປະຫວັດສາດ (ລະຫວ່າງປີ 2000 ຫາປີ 2019).