ລັດຖະບານຣັດເຊຍວາງມາດຕະການລະອຽດເພື່ອຕໍ່ຕ້ານການຈຳກັດລາຄານ້ຳມັນເຊື້ອໄຟຣັດເຊຍຂອງປະເທດຕາເວັນຕົກ

2023-01-31 15:03:21 cri

ວັນທີ 30 ມັງກອນນີ້, ເວັບໄຊຂໍ້ມູນດ້ານກົດໝາຍຂອງຣັດເຊຍໄດ້ເປີດເຜີຍເອກະສານກົດໝາຍສະບັບໜຶ່ງ ເຊິ່ງມີເນື້ອໃນກ່ຽວກັບການເຮັດແນວໃດເພື່ອປະຕິບັດດຳລັດຂອງທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍທີ່ລົງນາມໃນເມື່ອກ່ອນ ເພື່ອຕອບໂຕ້ປະເທດຕາເວັນຕົກທີ່ວາງມາດຕະການຈຳກັດລາຄານ້ຳມັນເຊື້ອໄຟ ແລະຜະລິດຕະພັນນ້ຳມັນເຊື້ອໄຟຂອງຣັດເຊຍ.

ດຳລັດດັ່ງກ່າວລະບຸວ່າ: ບຸກຄົນ ຫຼືນິຕິບຸກຄົນທີ່ສົ່ງອອກນ້ຳມັນເຊື້ອໄຟ ແລະຜະລິດຕະພັນນ້ຳມັນເຊື້ອໄຟຂອງຣັດເຊຍ ມີພາລະໜ້າທີ່ຕິດຕາມວ່າ ໃນຕ່ອງໂສ້ການສະໜອງມີການກະທຳທີ່ນຳໃຊ້ກົນໄກຈຳກັດລາຄາຫຼືບໍ. ຖ້າພົບເຫັນມີການກະທຳດັ່ງກ່າວ, ຕ້ອງແຈ້ງໃຫ້ດ່ານພາສີຣັດເຊຍ ແລະກະຊວງພະລັງງານຣັດເຊຍຮັບຮູ້ພາຍໃນເວລາກຳນົດ ແລະໃຫ້ມີການດັດແປງ.

ວັນທີ 10 ມັງກອນນີ້, ກະຊວງພະລັງງານຣັດເຊຍແຈ້ງໃຫ້ຮູ້ວ່າ: ຣັດເຊຍປະຕິເສດຮ່ວມມືກັບບໍລິສັດການຄ້າທີ່ປະຕິບັດມາດຕະການຈຳກັດລາຄານ້ຳມັນເຊື້ອໄຟຣັດເຊຍຂອງປະເທດຕາເວັນຕົກບໍ່ວ່າດ້ວຍຮູບແບບໃດ. ການແຊກແຊງແບບຜິດກົດໝາຍຂອງປະເທດຕາເວັນຕົກຕໍ່ກົນໄກຕະຫຼາດ ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານພະລັງງານ ແລະຄວາມໝັ້ນທ່ຽງດ້ານການສະໜອງໃນທົ່ວໂລກ, ປະເທດທີ່ກ່ຽວຂ້ອງຄວນຮ່ວມກັນພະຍາຍາມດັດແປງການກະທຳດັ່ງກ່າວ.