ດັດຊະນີຄວາມໝັ້ນໃຈຂອງຜູ້ບໍລິໂພກອາເມຣິກາຫຼຸດລົງໃນເດືອນມັງກອນ 2023

2023-02-01 13:44:43 cri

ວັນທີ 31 ມັງກອນຜ່ານມານີ້, ອົງການ Conference Board ຂອງອາເມຣິກາໄດ້ເປີດເຜີຍຂໍ້ມູນ ໂດຍສະແດງໃຫ້ເຫັນວ່າ: ໃນເດືອນມັງກອນ ປີ 2023 ນີ້,  ດັດຊະນີຄວາມໝັ້ນໃຈຂອງຜູ້ບໍລິໂພກອາເມຣິກາແມ່ນ 107,1 ເຊິ່ງຕ່ຳກວ່າຕົວເລກຂອງເດືອນທັນວາ ປີ 2022 ທີ່ເປັນ 109,0.

ອົງການ Conference Board ຂອງອາເມຣິກາແຈ້ງໃຫ້ຮູ້ຕື່ມວ່າ: ລະດັບຄວາມໝັ້ນໃຈຂອງຜູ້ບໍລິໂພກອາເມຣິກາໃນຄອບຄົວທີ່ມີລາຍໄດ້ຕໍ່ປີຕ່ຳກວ່າ 15.000 ໂດລາ ແລະໃນຄອບຄົວທີ່ມີອາຍຸຕ່ຳກວ່າ 35 ປີ ໄດ້ຫຼຸດລົງຫຼາຍທີ່ສຸດ. ດັດຊະນີຄວາມໝັ້ນໃຈຂອງຜູ້ບໍລິໂພກອາເມຣິກາຫຼຸດລົງ ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງຂອງເຂົາເຈົ້າທີ່ມີຕໍ່ເສດຖະກິດໃນ 6 ເດືອນຕໍ່ໜ້າ. ຜູ້ບໍລິໂພກອາເມຣິກາບໍ່ຄ່ອຍມີຄວາມເຫັນໃນແງ່ດີຕໍ່ອະນາຄົດຂອງການປະກອບອາຊີບໃນໄລຍະສັ້ນ, ເຂົາເຈົ້າຍັງຄາດຄະເນວ່າ ສະພາບການທຸລະກິດຈະຊຸດໂຊມລົງພາຍໃນໄລຍະສັ້ນ.