ອູແກຣນສິ້ນສຸດສັນຍາຂົນສົ່ງທາງອາກາດລະຫວ່າງອູແກຣນ ກັບ ຣັດເຊຍ

2023-02-01 15:03:52 cri


ສື່ມວນອູແກຣນລາຍງານໃນວັນທີ 31 ມັງກອນແລ້ວນີ້ວ່າ: ລັດຖະບານອູແກຣນໄດ້ສິ້ນສຸດສັນຍາລະຫວ່າງອູແກຣນ ກັບ ຣັດເຊຍກ່ຽວກັບການຮ່ວມມືໃນຂົງເຂດການຄົມມະນາຄົມ-ຂົນສົ່ງທາງອາກາດ. ລັດຖະບານອູແກຣນໄດ້ປະກາດຂໍ້ຕົກລົງດັ່ງກ່າວໃນກອງປະຊຸມຄະນະລັດຖະບານທີ່ຈັດຂຶ້ນໃນວັນທີ 31 ມັງກອນແລ້ວນີ້.

ວັນທີ 12 ມັງກອນ 1994, ລັດຖະບານອູແກຣນ ແລະ ລັດຖະບານຣັດເຊຍໄດ້ເຊັນສັນຍາລະຫວ່າງສອງປະເທດກ່ຽວກັບການຮ່ວມມືໃນຂົງເຂດການຄົມມະນາຄົມ-ຂົນສົ່ງທາງອາກາດ.