ການນັດຢຸດງານຂະໜາດໃຫຍ່ໃນຫຼາຍຂະແໜງການຂອງຝຣັ່ງໄດ້ກະທົບເຖິງລະບົບຄົມມະນາຄົມສາທາລະນະຢ່າງໜັກໜ່ວງ

2023-02-01 11:04:19 CRI

ຍ້ອນວ່າໄດ້ຄັດຄ້ານຕໍ່ແຜນການປະຕິຮູບລະບຽບການອອກບຳນານທີ່ລັດຖະບານພວມຈັດຕັ້ງປະຕິບັດ, ວັນທີ 31 ມັງກອນຜ່ານມານີ້, ແຮງງານຢູ່ຫຼາຍຂະແໜງການຂອງຝຣັ່ງໄດ້ຈັດການນັດຢຸດງານອີກຄັ້ງໜຶ່ງ ເຊິ່ງໄດ້ກະທົບເຖິງລະບົບຄົມມະນາຄົມສາທາລະນະຢ່າງໜັກໜ່ວງ.


ມື້ດຽວກັນ, ການດຳເນີນງານຂອງລະບົບລົດໄຟໃຕ້ດິນຢູ່ນະຄອນຫຼວງປາຣີຖືກລົບກວນຈາກການນັດຢຸດງານຢ່າງໜັກໜ່ວງ, ບາງສາຍໄດ້ຫຼຸດຖ້ຽວລົດໄຟລົງ ແລະ ສະຖານີບາງແຫ່ງຖືກປິດໃນມື້ດຽວກັນ.

ການນັດຢຸດງານໄດ້ກະທົບເຖິງລະບົບຄົມມະນາຄົມສາທາລະນະຂອງຝຣັ່ງຢ່າງໜັກໜ່ວງ, ບໍລິສັດທາງລົດໄຟແຫ່ງຊາດຝຣັ່ງຄາດຄະເນວ່າ, ໃນມື້ນັ້ນ, ຢູ່ທົ່ວປະເທດຝຣັ່ງມີພຽງແຕ່ລົດໄຟຄວາມໄວສູງປະມານ 1 ສ່ວນ 3 ເທົ່ານັ້ນໄດ້ປະຕິບັດງານຕາມປົກກະຕິ, ອັດຕາປະຕິບັດງານຂອງລົດໄຟລະຫວ່າງຕົວເມືອງ ແລະ ລົດໄຟທີ່ເປີດບໍລິການໃນໄລຍະທາງບາງຕອນຍິ່ງໜ້ອຍກວ່າ. ບໍລິສັດດັ່ງກ່າວໄດ້ສະເໜີໃຫ້ພົນລະເມືອງຍົກເລີກ ຫຼື ເລື່ອນເວລາການເດີນທາງຂອງຕົນ.