ປະຊາຊົນຟິລິບປິນເຕືອນໃຫ້ຍີ່ປຸ່ນປະເຊີນກັບປະຫວັດສາດຢ່າງຖືກຕ້ອງ

2023-02-01 11:13:49 CRI

ວັນທີ 31 ມັງກອນຜ່ານມາ, ລັດຖະບານຍີ່ປຸ່ນໄດ້ຮັບການກວດກາແລະພິຈາລະນາຕາມກຳນົດຮອບທີ 4 ຈາກສະພາສິດທິມະນຸດຂອງອົງການສະຫະປະຊາຊາດ. ໃນບົດລາຍງານທີ່ລັດຖະບານຍີ່ປຸ່ນຍື່ນໃຫ້ກວດກາພິຈາລະນານັ້ນ, ຄາດວ່າຍີ່ປຸ່ນຈະສືບຕໍ່ເມີນເສີຍຕໍ່ອາຊະຍາກຳຂອງຕົນທີ່ເກນແລະບັງຄັບໃຫ້ຜູ້ຍິງເປັນນາງບຳເລີກອງທະຫານໃນສະໄໝສົງຄາມໂລກຄັ້ງທີ 2. ສະນັ້ນ, ປະຊາຊົນຟິລິບປິນຈຳນວນໜຶ່ງ ໄດ້ໄປປະທ້ວງຢູ່ຕໍ່ໜ້າປະຕູສະຖານທູດຍີ່ປຸ່ນປະຈຳຟິລິບປິນໃນວັນທີ 31 ມັງກອນຜ່ານມາ ເພື່ອເຕືອນໃຫ້ລັດຖະບານຍີ່ປຸ່ນຈົ່ງປະເຊີນ ກັບປະຫວັດສາດຢ່າງຖືກຕ້ອງ.

ນອກຈາກຈັດການເຄື່ອນໄຫວປະທ້ວງດັ່ງກ່າວແລ້ວ, ໃນວັນດຽວກັນ, ອົງການປົກປ້ອງສິດແລະຜົນປະໂຫຍດນາງບຳເລີກອງທະຫານທີ່ຊື່ວ່າ “ພັນທະມິດແມ່ຍ່າຟິລິບປິນ” ຍັງໄດ້ປະກາດວ່າຈະດຳເນີນການເຄື່ອນໄຫວໂຄສະນາ “ຕີລະຄັງເຕືອນໄພສັນຕິພາບແລະຄວາມເປັນທຳ” ໃນສາກົນ. ຜູ້ປະສານງານຂອງອົງການດັ່ງກ່າວກ່າວວ່າ: ນັບຕັ້ງແຕ່ໃດມາ, ລັດຖະບານຍີ່ປຸ່ນບໍ່ຍອມຮັບອະຊະຍາກຳໃນສະໄໝສົງຄາມໂລກຄັ້ງທີ 2 ຂອງຕົນໂດຍຕະຫຼອດ, ທັງຍັງຢາກປິດບັງຄວາມເປັນຈິງໃນປະຫວັດສາດໂດຍນຳໃຊ້ວິທີຕ່າງໆ ເຊັ່ນ: ດັດແກ້ເນື້ອໃນປຶ້ມແບບຮຽນເປັນຕົ້ນ. ອົງການ “ພັນທະມິດແມ່ຍ່າຟິລິບປິນ” ຈະຍຶດໝັ້ນຕໍ່ສູ້ກັບບັນຫານີ້ຢ່າງເດັດດ່ຽວ ເພາະວ່າປວງຊົນທັງໝົດມີສິດໄດ້ຮັບຮູ້ຄວາມຈິງຂອງປະຫວັດສາດ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ