ຄົນເຈັບຊາວຈີນແລະກຳປູເຈຍສົ່ງຈົດໝາຍເຖິງເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ ເພື່ອສະແດງຄວາມຂອບໃຈຕໍ່ໜ່ວຍແພດແຜນຈີນຊ່ວຍເຫຼືອກຳປູເຈຍ

2023-02-01 11:06:09 CRI

ໃນໄລຍະບຸນກຸດຈີນປີນີ້, ຄົນເຈັບຊາວຈີນແລະກຳປູເຈຍຫຼາຍຄົນໄດ້ຮ່ວມກັນສົ່ງຈົດໝາຍໄປເຖິງທ່ານວາງເວີນທຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ ເພື່ອສະແດງຄວາມຂອບໃຈຕໍ່ໜ່ວຍແພດແຜນຈີນຊ່ວຍເຫຼືອກຳປູເຈຍໄດ້ປະກອບສ່ວນຮັກສາສຸຂະພາບຂອງປະຊາຊົນທ້ອງຖິ່ນ.


ໜ່ວຍແພດແຜນຈີນຊ່ວຍເຫຼືອກຳປູເຈຍແມ່ນໜ່ວຍແພດແຜນຈີນລະດັບຊາດໜ່ວຍທຳອິດທີ່ລັດຖະບານຈີນສົ່ງໄປຊ່ວຍເຫຼືອຕ່າງປະເທດ, ໂດຍໄດ້ດຳເນີນການປິ່ນປົວຢ່າງປະສົມປະສານກັນລະຫວ່າງແພດແຜນຈີນແລະແພດແຜນປະເທດຕາເວັນຕົກ ແລະ ດຳເນີນການຝຶກອົບຮົມ ຢູ່ໂຮງໝໍມິດຕະພາບໂຄຊາມັກພະນົມເປັນ ເຊິ່ງໄດ້ເຜີຍແຜ່ວັດທະນະທຳ ແລະ ເຕັກນິກປິ່ນປົວດ້ວຍຢາແລະແພດແຜນຈີນ ພ້ອມທັງຍົກລະດັບວຽກງານສາທາລະນະສຸກຂອງກຳປູເຈຍໃຫ້ສູງຂຶ້ນ.


ນັບແຕ່ໄດ້ເປີດພະແນກແພດແຜນຈີນຢູ່ໂຮງໝໍມິດຕະພາບໂຄຊາມັກພະນົມເປັນເປັນຕົ້ນມາ, ຄົນເຈັບມາປິ່ນປົວພະຍາດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ນັບມື້ນັບມີຊື່ສຽງຂຶ້ນ. ຄົນເຈັບເຫຼົ່ານີ້ບາງຄົນເປັນພະບໍລົມມະວົງສານຸວົງ ແລະ ເຈົ້າໜ້າທີ່ລັດຖະບານຂັ້ນສູງ, ບາງຄົນມາຈາກເຂດຫ່າງໄກສອກຫຼີກ ແລະ ຍັງມີບາງຄົນມາຈາກຕ່າງປະເທດຕາມການແນະນຳຂອງຄົນອື່ນ. ຄົນເຈັບຊາວກຳປູເຈຍ ແລະ ຄົນເຈັບຊາວປະເທດອື່ນຕ່າງກວມປະມານເຄິ່ງໜຶ່ງ.