ອາເມຣິກາຢາກ “ຕັດສາຍພົວພັນທາງເສດຖະກິດ” ກັບຈີນ ບໍ່ແມ່ນເລື່ອງງ່າຍ

2023-02-01 16:24:05 CRI

ໃນຫຼາຍປີມໍ່ໆມານີ້, “ການຕັດສາຍພົວພັນທາງເສດຖະກິດ” ໄດ້ກາຍເປັນປະເດັນຮ້ອນໃນການພົວພັນລະຫວ່າງຈີນແລະອາເມຣິກາ.


ໃນໄລຍະທີ່ທ່ານໂດໂນ ທຣຳ ກຳອຳນາດ, ອາເມຣິກາໄດ້ກໍ່ສົງຄາມການຄ້າກັບຈີນ. ຫຼັງຈາກນັ້ນ, ອາເມຣິກາໄດ້ກໍ່ສົງຄາມວິທະຍາສາດເຕັກໂນໂລຊີກັບຈີນອີກ ໂດຍລົງໂທດບໍລິສັດວິທະຍາສາດເຕັກໂນໂລຊີລ້ຳສະໄໝຂອງຈີນ ດ້ວຍເຫດຜົນ “ຄວາມໝັ້ນຄົງແຫ່ງຊາດ”. ພາຍຫຼັງທ່ານໂຈ ໄບເດັນ ຂຶ້ນດຳລົງຕຳແໜ່ງປະທານາທິບໍດີອາເມຣິກາແລ້ວ, ກໍໄດ້ປະກາດແຜນການກໍ່ສ້າງພື້ນຖານໂຄງລ່າງທີ່ມີມູນຄ່າ 2.000 ຕື້ໂດລາສະຫະລັດ ເຊິ່ງເປັນການເປີດສາກການເຮັດ “ສົງຄາມກໍ່ສ້າງພື້ນຖານໂຄງລ່າງ”, “ສົງຄາມຕ່ອງໂສ້ອຸດສາຫະກຳ” ແລະ ອື່ໆ ກັບຈີນ. ອາເມຣິກາຊອກຫາທຸກວິທີ ເພື່ອກົດດັນຕໍ່ຈີນຈາກທຸກດ້ານ, ເຈດຕະນາ “ຕັດສາຍພົວພັນທາງເສດຖະກິດຢ່າງຮອບດ້ານ” ກັບຈີນ.


ເຖິງວ່າ “ການຕັດສາຍພົວພັນທາງເສດຖະກິດກັບຈີນ” ໄດ້ກາຍເປັນ “ຄວາມຖືກຕ້ອງທາງການເມືອງ” ຂອງນັກການເມືອງອາເມຣິກາແລ້ວກໍຕາມ, ແຕ່ 1 ປີຜ່ານມາ, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນແລະອາເມຣິກາພັດໄດ້ບັນລຸປະມານ 760 ຕື້ໂດລາສະຫະລັດ, ເປັນສະຖິຕິສູງສຸດໃນປະຫວັດສາດ.


ທີ່ຈິງແລ້ວ, ຕະຫຼາດບໍ່ຢາກໃຫ້ສະພາບການ “ຕັດສາຍພົວພັນທາງເສດຖະກິດກັບຈີນ” ເກີດຂຶ້ນ, ຍ້ອນວ່າມັນຈະສ້າງຄວາມວຸ້ນວາຍທີ່ບໍ່ຈຳເປັນເທົ່ານັ້ນ.


ສະພາການຄ້າອາເມຣິກາເຄີຍໄດ້ເຮັດບົດລາຍງານການຄົ້ນຄວ້າສະບັບໜຶ່ງ ກ່ຽວກັບ “ການຕັດສາຍພົວພັນທາງເສດຖະກິດລະຫວ່າງຈີນແລະອາເມຣິກາ” ໂດຍສະແດງໃຫ້ເຫັນວ່າ, ຖ້າອາເມຣິກາເກັບພາສີ 25% ຕໍ່ທຸກຂົງເຂດການຄ້າສອງຝ່າຍລະຫວ່າງຈີນແລະອາເມຣິກາ, ຜົນສຸດທ້າຍ, ເມື່ອຮອດປີ 2025, GDP ຂອງອາເມຣິກາໃນທຸກປີຈະເສຍຫາຍຫຼາຍກວ່າ 190 ຕື້ໂດລາສະຫະລັດເປັນຢ່າງໜ້ອຍ. ສ່ວນ “ກຸ່ມບໍລິສັດທີ່ເປິກສາໂບສຕັນ” ທີ່ເປັນບໍລິສັດທີ່ເປິກສາທີ່ມີຊື່ສຽງຂອງໂລກ ກໍເຄີຍໄດ້ດຳເນີນການຄົ້ນຄວ້າທີ່ລະອຽດຕໍ່ການຕັດສາຍພົວພັນໃນຂະແໜງການເຄິ່ງຕົວນຳທັງໝົດລະຫວ່າງຈີນແລະອາເມຣິກາ. ຜົນການຄົ້ນຄວ້າກໍແມ່ນ, ສ່ວນແບ່ງໃນຕະຫຼາດໂລກຂອງຂະແໜງການເຄິ່ງຕົວນຳຂອງອາເມຣິກາຈະຕົກຕ່ຳລົງ 18%. ເຖິງວ່າຂະແໜງການເຄິ່ງຕົວນຳຂອງຈີນຈະປະສົບກັບຄວາມຫຍຸ້ງຍາກລຳບາກກໍຕາມ, ແຕ່ຂະແໜງການເຄິ່ງຕົວນຳຂອງອາເມຣິກາກໍຈະຊຸດໂຊມລົງເທື່ອລະກ້າວ.


ໃນສະພາບທີ່ລະດັບເງິນເຟີ້ຂອງອາເມຣິກາເພີ່ມສູງຂຶ້ນຢ່າງຫຼວງຫຼາຍ, ຕະຫຼາດອາເມຣິກາຈະປາສະຈາກຈີນບໍ່ໄດ້, ຕ້ອງນຳເຂົ້າສິນຄ້າຄຸນນະພາບດີ ແລະ ລາຄາຖືກຢ່າງຫຼວງຫຼາຍຈາກຈີນ, ການຜະລິດຂອງວິສາຫະກິດອາເມຣິກາກໍຕັດແຍກອອກຈາກຕ່ອງໂສ້ການສະໜອງຂອງຈີນບໍ່ໄດ້ເຊັ່ນດຽວກັນ. “ການຕັດສາຍພົວພັນທາງເສດຖະກິດ” ກັບຈີນ ຈະເຮັດໃຫ້ໜີ້ສິ້ນຂອງອາເມຣິກາເພີ່ມຂຶ້ນຢ່າງວ່ອງໄວ ແລະ ອາດຈະເພີ່ມຂຶ້ນຮອດລະດັບທີ່ອາເມຣິກາໃຊ້ໜີ້ບໍ່ໄຫວ.


ເປັນໄລຍະດົນນານມາແລ້ວ, ຈີນ ແລະ ອາເມຣິກາ ຕ່າງໄດ້ກາຍເປັນຄູ່ການຄ້າ ແລະ ຈຸດໝາຍປາຍທາງດ້ານການລົງທຶນ ທີ່ສຳຄັນທີ່ສຸຂອງກັນແລະກັນ, ຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ມູນຄ່າລະຫວ່າງສອງປະເທດ ໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຢາກ “ຕັດສາຍພົວພັນທາງເສດຖະກິດ” ລະຫວ່າງຈີນແລະອາເມຣິກາ ບໍ່ແມ່ນການກະທຳທີ່ມີສະຕິ ແລະ ກໍບໍ່ແມ່ນການກະທຳທີ່ແທດເໝາະກັບສະພາບຕົວຈິງ. ພວກເຮົາເຫັນໄດ້ວ່າ, ພາຍໃຕ້ຄວາມນາບຂູ່ “ຕັດສາຍພົວພັນທາງເສດຖະກິດ” ຂອງນັກການເມືອງອາເມຣິກາ, ການຕັດການພົວພັນແບບນີ້ ພັດບໍ່ໄດ້ເກີດຂຶ້ນຢ່າງແທ້ຈິງ. ຫວັງວ່າ ນັກການເມືອງຈຳພວກທີ່ຫວັງຢາກຕັດສາຍພົວພັນທາງເສດຖະກິດກັບຈີນຂອງອາເມຣິກາຈະສາມາດຮັບຮູ້ສະພາບຕົວຈິງໂດຍໄວ, ຍົກເລີກການຄອບງຳທາງການເມືອງຕໍ່ເສດຖະກິດ, ຟື້ນຟູການພົວພັນດ້ານເສດຖະກິດກັບຈີນຄືນສູ່ປົກກະຕິ ເພື່ອສ້າງເງື່ອນໄຂທີ່ດີໃຫ້ແກ່ຄວາມຈະເລີນຮຸ່ງເຮືອງຂອງເສດຖະກິດສອງປະເທດ ກໍຄືເສດຖະກິດໂລກ.