ຈີນຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ

2023-02-01 15:01:11 cri


ໂດຍແນໃສ່ເຫດການກ່ຽວກັບສຸເຫຼົ່າແຫ່ງໜຶ່ງຂອງປາກີສະຖານເກີດເຫດລະເບີດ, ເຮັດໃຫ້ປະຊາຊົນເສຍຊີວິດ ແລະ ບາດເຈັບໃນຫວ່າງມໍ່ໆມານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 31 ມັງກອນແລ້ວນີ້, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນກ່າວປະນາມຢ່າງຮຸນແຮງຕໍ່ເຫດການດັ່ງກ່າວ ແລະ ຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ.

ຕາມຂ່າວແຈ້ງວ່າ: ສຸເຫຼົ່າແຫ່ງໜຶ່ງຢູ່ນະຄອນເປຊະວາປະເທດປາກີສະຖານໄດ້ເກີດເຫດ ລະເບີດໃນວັນທີ 30 ມັງກອນແລ້ວນີ້, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 59 ຄົນ, ແລະບາດເຈັບ 157 ຄົນ. ປາກີສະຖານກ່າວວ່າເຫດການເທື່ອນີ້ແມ່ນການໂຈມຕີແບບກໍ່ການຮ້າຍ.

ທ່ານນາງເໝົານິງ ກ່າວຕື່ມວ່າ: ຈີນເດັດດ່ຽວຄັດຄ້ານລັດທິກໍ່ການຮ້າຍທຸກຮູບການ, ສະໜັບສະໜູນຄວາມພະຍາຍາມຂອງປາກີສະຖານເພື່ອຕໍ່ຕ້ານລັດທິກໍ່ການຮ້າຍ, ຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ປົກປ້ອງຄວາມປອດໄພດ້ານຊີວິດຂອງປະຊາຊົນ.