ຢູ່ອາເມຣິກາ ປືນຖືກນຳໃຊ້ເຂົ້າໃນການກະທຳຜິດນັບມື້ນັບໄວຂຶ້ນ

2023-02-03 10:27:27 CRI

ອົງການຄຸ້ມຄອງເຫຼົ້າ, ຢາສູບ, ອາວຸດປືນ ແລະ ວັດຖຸລະເບີດຂອງອາເມຣິກາໄດ້ເຜີຍແຜ່ບົດລາຍງານສະພາບການລະຫວ່າງປືນກັບການກະທຳຜິດທີ່ຮອບດ້ານທີ່ສຸດໃນຮອບ 20 ປີ.


ບົດລາຍງານສະແດງໃຫ້ເຫັນວ່າ, ໃນຈຳນວນປືນທີ່ຖືກກວດພົບຢູ່ສະຖານທີ່ເກີດເຫດໃນປີ 2021, ເຈົ້າໜ້າທີ່ຕຳຫຼວດອາເມຣິກາພົບວ່າ, ໃນຈຳນວນປືນເຫຼົ່ານີ້ມີ 54% ຊື້ມາໄດ້ບໍ່ຮອດ 3 ປີ ເຊິ່ງໄດ້ເພີ່ມຂຶ້ນ 10% ຂຶ້ນໄປ ເມື່ອທຽບໃສ່ຕົວເລກຂອງປີ 2019; ສ່ວນປືນຊື້ໃໝ່ທີ່ໃຊ້ເຂົ້າໃນການກະທຳຜິດເຫຼົ່ານີ້, ມີສ່ວນໜຶ່ງທີ່ຫຼາຍສົມຄວນຊື້ມາບໍ່ຮອດ 1 ປີ. ປາກົດການດັ່ງກ່າວໝາຍຄວາມວ່າ, ປືນທີ່ຊື້ຈາກຊ່ອງທາງຖືກຕ້ອງຕາມກົດໝາຍນັ້ນ ຖືກນຳໃຊ້ເຂົ້າໃນການກະທຳຜິດນັບມື້ນັບໄວຂຶ້ນ, ໃນນັ້ນ, ກໍອາດຈະປາກົດມີສະພາບການຄ້າຂາຍປືນແບບຜິດກົດໝາຍ ຫຼື ຄົນອື່ນຊື້ປືນແທນ.


ຕົວເລກຂໍ້ມູນຍັງສະແດງໃຫ້ເຫັນວ່າ, ຢູ່ອາເມຣິກາມີປືນຖືກລັກເປັນຈຳນວນຫຼວງຫຼາຍ. ນັບແຕ່ປີ 2017 ຫາ ປີ 2021, ມີລາຍງານປືນຖືກລັກ 1,07 ລ້ານກະບອກ, ໃນນັ້ນ, ກວມ 96% ແມ່ນປືນສ່ວນບຸກຄົນ.