ຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາປະຕິບັດພາວະສຸກເສີນທາງການທະຫານຢູ່ 37 ເຂດ

2023-02-03 10:39:13 CRI

ຕອນຄ່ຳວັນທີ 2 ກຸມພານີ້ຕາມເວລາທ້ອງຖິ່ນ, ຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາໄດ້ອອກຄຳສັ່ງພາວະສຸກເສີນຫຼາຍສະບັບ ໂດຍປະກາດພາວະສຸກເສີນທາງການທະຫານຢູ່ 37 ເຂດ ໃນ 4 ແຂວງ ແລະ 4 ລັດ.


ໃນເຂດທີ່ປະຕິບັດພາວະສຸກເສີນທາງການທະຫານ, ວຽກງານໃນຂົງເຂດຄວາມໝັ້ນຄົງ, ບໍລິຫານ, ການຄ້າ, ການຂົນສົ່ງ, ຕຸລາການ ແລະ ສັງຄົມເປັນຕົ້ນ ຈະມອບໃຫ້ເຈົ້າໜ້າທີທະຫານຄຸ້ມຄອງ, ຄະດີໃນເຂດເຫຼົ່ານີ້ ຈະໃຫ້ສານທະຫານຕັດສິນ, ສາມາດລົງໂທດເຖິງຂັ້ນຈຳຄຸກຕະຫຼອດຊີວິດ ຫຼື ປະຫານຊີວິດ. ຄຳສັ່ງພາວະສຸກເສີນດັ່ງກ່າວແມ່ນພົວພັນເຖິງຫຼາຍເຂດທະຫານຂອງມຽນມາ ເຊັ່ນ: ເຂດທະຫານພາກຕາເວັນຕົກສຽງເໜືອ, ເຂດທະຫານພາກກາງ ແລະ ເຂດທະຫານພາກຕາເວັນອອກສຽງໃຕ້.