ສະຫະພາບເອີຣົບກຽມລົງໂທດຣັດເຊຍຮອບໃໝ່

2023-02-03 16:46:40 cri


ວັນທີ 2 ກຸມພາ 2023, ທ່ານນາງ ອູຊູລາ ວອນເດີເລເຢນ ປະທານຄະນະກຳມະການສະຫະພາບເອີຣົບໄດ້ນຳພາຄະນະຜູ້ແທນຢ້ຽມຢາມນະຄອນຫຼວງກິແອັນປະເທດອູແກຣນ, ໃນກອງປະຊຸມຖະແຫຼງຂ່າວທີ່ຮ່ວມກັນຈັດຂຶ້ນກັບທ່ານວາລາດີເມຍ ເຊເລັນສກີ ປະທານາທິບໍດີອູແກຣນ, ນາງ ວອນເດີເລເຢນ ປະກາດວ່າ: ສະຫະພາບເອີຣົບຈະລົງໂທດຣັດເຊຍຮອບໃໝ່ໃນເວລາທີ່ການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນເກີດຂຶ້ນຄົບຮອບ 1 ປີ.

ຕາມຂ່າວແຈ້ງວ່າ, ຜູ້ຕາງໜ້າຂອງປະເທດສະມາຊິກສະຫະພາບເອີຣົບຈະເປິກສາຫາລືກັນໃນວັນທີ 3 ກຸມພານີ້, ເພື່ອກ້າວເຖິງຂັ້ນມີຄວາມເຫັນເປັນເອກະພາບກັນກ່ຽວກັບການລົງໂທດຮອບນີ້.