ລັດຖະສະພາອີຣານຍື່ນຍັດຕິເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້ໃຫ້ແກ່ປະທານາທິບໍດີອີຣານ

2023-02-03 16:45:36 cri


ວັນທີ 1 ກຸມພາ 2023, ທ່ານໂມຣຳມັດ ບາເຄີ ຄະລິບັຟ ປະທານລັດຖະສະພາອີຣານໄດ້ສົ່ງຈົດໝາຍໄປຍັງທ່ານອີບຣາຮິມ ໄຣຊີ ປະທານາທິບໍດີອີຣານ, ເພື່ອລາຍງານວຽກງານກ່ຽວກັບອີຣານຈະເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້, ແລະຍື່ນຍັດຕິຜ່ານການຮັບຮອງໃຫ້ແກ່ທ່ານໄຣຊີ.

ເນື້ອໃນຈົດໝາຍດັ່ງກ່າວ, ທ່ານຄະລິບັຟ ໄດ້ແຈ້ງສະພາບການທີ່ກ່ຽວຂ້ອງໃນໄລຍະນິຕິບັນຍັດ. ອີຣານຈະປະຕິບັດຍັດຕິກ່ຽວກັບການເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້ຢ່າງເປັນທາງການພາຍຫຼັງປະທານາທິບໍດີລົງນາມໃນຍັດຕິດັ່ງກ່າວ. ກ່ອນໜ້ານີ້, ທ່ານໄຣຊີໄດ້ສະແດງຄວາມສະໜັບສະໜູນອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້.

ວັນທີ 27 ພະຈິກປີຜ່ານມາ, ລັດຖະສະພາອີຣານໄດ້ຜ່ານການຮັບຮອງຍັດຕິກ່ຽວກັບອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້ດ້ວຍຄະນະສຽງສູງ. ວັນທີ 28 ມັງກອນແລ້ວນີ້, ຄະນະກຳມະການຕິດຕາມປ້ອງກັນລັດຖະທຳມະນູນອີຣານແຈ້ງຂ່າວວ່າໄດ້ອະນຸມັດຍັດຕິດັ່ງກ່າວແລ້ວ.