ທ່ານຫວາງຢີ້ພົບປະກັບປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 77

2023-02-03 14:42:18 CRI

ວັນທີ 2 ກຸມພານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນໄດ້ພົບປະກັບທ່ານໂຄໂຣຊີ ຊາບາ ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 77.


ທ່ານຫວາງຢີ້ກ່າວວ່າ, ໂລກປັດຈຸບັນແມ່ນເຕັມໄປດ້ວຍຄວາມບໍ່ແນ່ນອນ ແລະ ຄວາມບໍ່ໝັ້ນທ່ຽງ, ຕ້ອງການໃຫ້ປະເທດຕ່າງໆຊູຄັນທຸງອົງການສະຫະປະຊາຊາດ ແລະ ສືບຕໍ່ສາມັກຄີກັນເພື່ອຮັບມື, ເຮັດໃຫ້ການປະທະກັນຢູ່ພາກພື້ນຫຼຸດໜ້ອຍລົງ, ມີການສົນທະນາ ແລະ ເປິກສາຫາລືກັນຫຼາຍກວ່າເກົ່າ, ເຮັດໃຫ້ປາກົດການໃຊ້ສິດເປັນເຈົ້າອຳນາດຫຼຸດໜ້ອຍລົງ ແລະ ມີການຮ່ວມມືສາກົນຫຼາຍກວ່າເກົ່າ. ຈີນຍິນດີເພີ່ມທະວີການຮ່ວມມືກັບອົງການສະຫະປະຊາຊາດຕື່ມອີກ, ຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆທີ່ມີລັກສະນະທົ່ວໂລກຕ່າງໆ ເຊັ່ນ: ຊັບພະຍາກອນນ້ຳ, ການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ.


ທ່ານໂຄໂຣຊີ ຊາບາກ່າວວ່າ, ອົງການສະຫະປະຊາຊາດຍິນດີເພີ່ມທະວີການຮ່ວມມືກັບຈີນ, ຮ່ວມກັນເອົາຊະນະການແພ່ລະບາດຂອງພະຍາດໂຄວິດ-19, ຮ່ວມກັນຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ ແລະ ຊຸກຍູ້ການບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ.