ຂະໜາດການຄ້າກັບຕ່າງປະເທດຂອງຈີນໃນປີ2022ສ້າງສະຖິຕິໃໝ່ຄັ້ງປະຫວັດສາດ

2023-02-03 16:41:03 cri


ຕອນບ່າຍວັນທີ2ກຸມພານີ້,ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດກອງປະຊຸມຖະແຫຼງຂ່າວ ໂດຍແນະນຳວຽກງານການຄ້າແລະສະພາບການເຄື່ອນໄຫວໃນປີ2022 ພ້ອມທັງຕອບຄຳຖາມຂອງນັກຂ່າວ.


ໃນກອງປະຊຸມຖະແຫຼງຂ່າວ,ທ່ານນາງ ໂກທີງທີງ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: ການຄ້າກັບຕ່າງປະເທດຂອງຈີນໃນປີ2022ດີກວ່າຄາດໝາຍ. ຜ່ານການທຳຄວາມພະຍາຍາມ, ຂະໜາດການຄ້າກັບຕ່າງປະເທດຂອງຈີນໃນປີ2022ໄດ້ສ້າງສະຖິຕິໃໝ່ຄັ້ງປະຫວັດສາດ,ການນຳເຂົ້າແລະສົ່ງອອກສິນຄ້າມີມູນຄ່າຫຼາຍກວ່າ40ພັນຕື້ຢວນ,ເປັນ42,1ພັນຕື້ຢວນ,ເພີ່ມຂຶ້ນ 7,7%. ໃນນັ້ນ,ການນຳເຂົ້າແລະສົ່ງອອກສິນຄ້າລະຫວ່າງຈີນກັບຄູ່ການຄ້າຕົ້ນຕໍໄດ້ຮັກສາການເຕີບໂຕ, ການນຳເຂົ້າແລະສົ່ງອອກສິນຄ້າກັບອາຊຽນເພີ່ມຂຶ້ນ15%, ກັບສະຫະພາບເອີລົບເພີ່ມຂຶ້ນ5,6%, ແລະກັບອາເມຣິກາເພີ່ມຂຶ້ນ3,7%.