ວິດີໂອໂຄສະນາງານລາຕີສະຫຼອງບຸນເຂົ້າໜົມບົວລອຍຂອງ CMG ເປີດຕົວຢູ່ຫຼາຍປະເທດ

2023-02-04 14:18:17 cri

ວັນທີ 3 ກຸມພານີ້, ວິດີໂອໂຄສະນາງານລາຕີສະຫຼອງບຸນເຂົ້າໜົມບົວລອຍຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເປີດຕົວຢູ່ສະໜາມຫຼວງເມເກນ ທີ່ເປັນສະໜາມຫຼວງໃຫຍ່ທີ່ສຸດຂອງເອທີໂອປີ ແລະສະໜາມຫຼວງເນວຊັນ ມານເດລາ ທີ່ນະຄອນໂຈຮັນເນສເບີກ ທີ່ເປັນນະຄອນໃຫຍ່ທີ່ສຸດຂອງອາຟຣິກາໃຕ້ຢ່າງເປັນທາງການ. ນີ້ແມ່ນຄັ້ງທຳອິດທີ່ວິດີໂອທີ່ກ່ຽວຂ້ອງຂອງງານລາຕີສະຫຼອງບຸນເຂົ້າໜົມບົວລອຍຂອງ CMG ສາຍຢູ່ສະຖານທີ່ເອທີໂອປີ ແລະອາຟຣິກາໃຕ້ເປັນຄັ້ງທຳອິດ ໂດຍໄດ້ດຶງດູດປະຊາຊົນທ້ອງຖິ່ນຈຳນວນຫຼວງຫຼາຍເຂົ້າຊົມ.

ປະຊາຊົນທ້ອງຖິ່ນຫຼາຍຄົນກ່າວວ່າ: ວິດີໂອໂຄສະນາຂອງ CMG ໄດ້ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍສີສັນຂອງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ ພ້ອມທັງໄດ້ເຮັດໃຫ້ຄົນທັງຫຼາຍສຳຜັດກັບບັນຍາກາດຄຶກຄື້ນມ່ວນຊື່ນຂອງບຸນກຸດຈີນ.