ລັດຖະມົນຕີການຕ່າງປະເທດຕູຣາເຄຍສະແດງຄວາມບໍ່ພໍໃຈຢ່າງເປີດເຜີຍຕໍ່ຫຼາຍປະເທດຕາເວັນຕົກທີ່ໄດ້ປິດສະຖານກົງສຸນປະຈຳຕູຣາເຄຍ

2023-02-04 15:01:15 cri

 

    ແນໃສ່ເລື່ອງທີ່ຫຼາຍປະເທດຕາເວັນຕົກໄດ້ປິດສະຖານກົງສຸນປະຈຳຕູຣາເຄຍຍ້ອນສາເຫດດ້ານຄວາມໝັ້ນຄົງໃນຫວ່າງມໍ່ໆມານີ້, ທ່ານເມວລູດ ຄາວູໂຊກລູ ລັດຖະມົນຕີກະຊວງການຕ່າງປະເທດຕູຣາເຄຍໄດ້ສະແດງຄວາມບໍ່ພໍໃຈຂອງຝ່າຍຕູຣາເຄຍຢ່າງເປີດເຜີຍໃນວັນທີ 3 ກຸມພານີ້.

    ທ່ານເມວລູດ ຄາວູໂຊກລູກ່າວວ່າ: ປະເທດຕາເວັນຕົກຈຳນວນໜຶ່ງໄດ້ປິດສະຖານກົງສຸນຂອງຕົນປະຈຳນະຄອນອິສຕັນບູນດ້ວຍຖ້ອຍຄວາມທີ່ວ່າສາເຫດດ້ານຄວາມໝັ້ນຄົງ, ແຕ່ບໍ່ເຄີຍອະທິບາຍເລື່ອງນີ້ໃຫ້ແກ່ຕູຣາເຄຍ, ຕູຣາເຄຍເຫັນວ່າ, ເລື່ອງນີ້ເປັນການກະທຳທີ່ມີຄວາມຈົງໃຈ.

    ຫວ່າງມໍ່ໆມານີ້, ຫຼາຍປະເທດໃນທະວີບເອີຣົບ ເຊິ່ງລວມທັງເຢຍລະມັນ, ໂຮນລັງ ແລະອັງກິດເປັນຕົ້ນໄດ້ກ່າວວ່າ: ຍ້ອນການເຄື່ອນໄຫວປະທ້ວງທີ່ອາດຈະເກີດຂຶ້ນ ແລະໄພຂົ່ມຂູ່ດ້ານຄວາມໝັ້ນຄົງທີ່ແນໃສ່ເປົ້າໝາຍຕາເວັນຕົກໄດ້ເພີ່ມຂຶ້ນ, ສະນັ້ນ, ຈຶ່ງປິດສະຖານກົງສຸນຂອງປະເທດຕົນປະຈຳນະຄອນອິສຕັນບູນປະເທດຕູຣາເຄຍເປັນຊົ່ວຄາວ.

    ຝ່າຍຕູຣາເຄຍເຫັນວ່າ: ການກະທຳທີ່ບັນດາປະເທດທີ່ກ່ຽວຂ້ອງປະຕິບັດພ້ອມກັນນັ້ນ, ແມ່ນບໍ່ມີຄວາມລະອຽດຮອບຄອບ ແລະຄວາມເໝາະສົມ, ການກະທຳດັ່ງກ່າວພຽງແຕ່ຈະເຮັດໃຫ້ການກະທຳລັດທິກໍ່ການຮ້າຍຮຸນແຮງຂຶ້ນເທົ່ານັ້ນ, ຕູຣາເຄຍຫວັງວ່າຈະຮັກສາການຮ່ວມມືດ້ານຄວາມໝັ້ນຄົງກັບປະເທດເພື່ອນມິດ ແລະປະເທດພັນທະມິດ.