ກະຊວງການຕ່າງປະເທດຈີນກ່າວວ່າ: ຈີນຈະສືບຕໍ່ສະຫຼຸບບົດຮຽນທີ່ມີປະໂຫຍດຂອງງານກິລາໂອລິມປິກລະດູໜາວປັກກິ່ງ, ເພື່ອປະກອບສ່ວນໃຫຍ່ກວ່າເກົ່າເຂົ້າໃນການພັດທະນາກິລາໂອລິມປິກ

2023-02-04 16:07:03 cri


ວັນທີ 4 ກຸມພານີ້ ແມ່ນວັນຄົບຮອບ 1 ປີແຫ່ງການຈັດງານກິລາໂອລິມປິກລະດູໜາວປັກກິ່ງ, ຫວ່າງມໍ່ໆນີ້, ຄະນະກຳມະການໂອລິມປິກສາກົນໄດ້ຕີລາຄາສູງຕໍ່ໝາກຜົນແລະຜົນສະທ້ອນຂອງງານກິລາໂອລິມປິກລະດູໜາວປັກກິ່ງ. ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 3 ກຸມພານີ້, ທ່ານນາງ ມາວນີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນຈະສືບຕໍ່ສະຫຼຸບບົດຮຽນທີ່ມີປະໂຫຍດຂອງງານກິລາໂອລິມປິກລະດູໜາວປັກກິ່ງ, ເພື່ອປະກອບສ່ວນໃຫຍ່ກວ່າເກົ່າເຂົ້າໃນການພັດທະນາກິລາໂອລິມປິກ.


ທ່ານນາງ ມາວນີງ ຊີ້ອອກວ່າ, ສະໜາມກິລາທຸກແຫ່ງຂອງງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ບັນລຸການສະໜອງພະລັງງານໄຟຟ້າສີຂຽວ 100%, ລົດທີ່ໃຊ້ໃນງານ ມີເກືອບ 85% ແມ່ນລົດປະຢັດພະລັງງານແລະລົດທີ່ໃຊ້ພະລັງງານສະອາດ. ງານກິລາໂອລິມປິກປັກກິ່ງຍັງໄດ້ນຳໃຊ້ລະບົບແອເຢັນທີ່ໃຊ້ກາກບອນດີອອກສິດ ແລະເຕັກນິກອື່ນໆທີ່ຊ່ວຍຫຼຸດຜ່ອນການປ່ອຍກາກບອນດີອອກສິດ, ໄດ້ບັນລຸການປອດກາກບອນໃນຕະຫຼອດໄລຍະຈັດງານ. ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ປະຕິບັດຕາມຄຳໝັ້ນສັນຍາແຫ່ງການຈັດງານແບບສີຂຽວ, ໄດ້ສະແດງໃຫ້ເຫັນເຖິງການຕັດສິນໃຈ ແຫ່ງການຊຸກຍູ້ການສ້າງອະລິຍະທຳດ້ານຊີວະພາບຂອງຈີນ.


ທ່ານນາງ ມາວນີງ ຍັງກ່າວວ່າ, ປັດຈຸບັນ, ສະໜາມກິລາຈັດງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ເປີດປະຕູຕໍ່ປະຊາຊົນທັງໝົດ, ເພື່ອໃຫ້ມວນຊົນແລະນັກກິລານຳໃຊ້ໄດ້, ພ້ອມທັງຮັບໃຊ້ການອອກກຳລັງກາຍແລະການພັດທະນາກິລາແຂ່ງຂັນຂອງທົ່ວປວງຊົນ.