ກອງປະຊຸມສຸດຍອດອູແກຣນ-ສະຫະພາບເອີຣົບຈັດຂຶ້ນຢູ່ນະຄອນຫຼວງຄີຟຂອງອູແກຣນ

2023-02-04 13:35:29 CRI

     ຂ່າວສານແຫ່ງຊາດອູແກຣນລາຍງານໃນວັນທີ 3 ກຸມພານີ້ວ່າ: ກອງປະຊຸມສຸດຍອດອູແກຣນ-ສະຫະພາບເອີຣົບໄດ້ຈັດຂຶ້ນຢູ່ນະຄອນຫຼວງຄີຟຂອງອູແກຣນໃນມື້ດຽວກັນ, ທ່ານຊາເລສ ມິເຊວ ປະທານສະພາເອີຣົບກ່າວວ່າ: ສະຫະພາບເອີຣົບຈະໃຫ້ການສະໜັບສະໜູນຮອບດ້ານແກ່ອູແກຣນ. ສະຫະພາບເອີຣົບໄດ້ສະໜອງການຊ່ວຍເຫຼືອດ້ານການທະຫານທີ່ມີມູນຄ່າ 12 ຕື້ເງິນເອີໂຣ, ແລະຈະຊ່ວຍເຝິກຊ້ອມທະຫານອູແກຣນ 3 ໝື່ນຄົນພາຍໃນປີນີ້.

     ມື້ດຽວກັນ, ທ່ານໂວໂລດິເມຍ ເຊເລນສະກີ ປະທານາທິບໍດີອູແກຣນໄດ້ເຜີຍຂ່າວຜ່ານທາງສື່ສັງຄົມອອນລາຍວ່າ: ຜົນສຳເລັດສຳຄັນອັນໜຶ່ງຂອງກອງປະຊຸມສຸດຍອດຄັ້ງນີ້ ກໍຄື ອູແກຣນໄດ້ຮັບການຄືບໜ້າໃນດ້ານການເຊື່ອມໂຍງເຂົ້າໃນຕະຫຼາດພາຍໃນຂອງສະຫະພາບເອີຣົບ, ທ່ານເຊເລນສະກີຍັງກ່າວເນັ້ນວ່າ: ເປົ້າໝາຍຂອງອູແກຣນແມ່ນຈະແຈ້ງຫຼາຍ, ຄື ຈະເລີ່ມດຳເນີນການເຈລະຈາກ່ຽວກັບການເຂົ້າເປັນສະມາຊິກສະຫະພາບເອີຣົບພາຍໃນປີນີ້.