ກະຊວງການຕ່າງປະເທດຈີນຕອບໂຕ້ຖ້ອຍຄຳໄຮ້ເຫດຜົນກ່ຽວກັບຊິ່ນຈ່ຽງຂອງລັດຖະມົນຕີການຕ່າງປະເທດອາເມຣິກາ

2023-02-04 15:07:10 cri

ໂດຍເນໃສ່ເລື່ອງທີ່ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວຖ້ອຍຄຳໄຮ້ເຫດຜົນກ່ຽວກັບຊິ່ນຈ່ຽງທີ່ວ່າ ຈີນປະຕິບັດການຂ້າລ້າງເຊື້ອຊາດຜິວພັນຕໍ່ເຜົ່າອຸຍເກີທີ່ມີຊາວມຸສລິມເປັນຫຼັກນັ້ນ, ທ່ານນາງມາວນີງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 3 ກຸມພານີ້ວ່າ: ຖ້ອຍຄຳໄຮ້ເຫດຜົນທີ່ກ່ຽວຂ້ອງຂອງອາເມຣິກາບໍ່ເອົາຫົວຊານຳຄວາມຈິງພື້ນຖານ, ນິນທານະໂຍບາຍດ້ານສາສະໜາຂອງຈີນ, ເຕັມໄປດ້ວຍຄວາມເຫັນອະຄະຕິດ້ານຮູບຖານຈິດສຳນຶກ, ເປັນການແຊກແຊງເຂົ້າໃນວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ. ຈີນຄັດຄ້ານຕໍ່ກັບເລື່ອງນີ້ຢ່າງເດັດຂາດ.

ທ່ານນາງມາວນີງກ່າວເນັ້ນວ່າ: ລັດຖະບານຈີນປົກປ້ອງສິດເສລີພາບດ້ານ ການເຊື່ອຖືສາສະໜາຂອງພົນລະເມືອງຈີນຕາມກົດໝາຍ, ປະຊາຊົນຈີນບັນດາເຜົ່າມີສິດເສລີພາບຢ່າງເຕັມສ່ວນໃນການເຊື່ອຖືສາສະໜາໂດຍອີງຕາມກົດໝາຍ. ແຕ່ເມື່ອເບິ່ງຈາກອາເມຣິກາແລ້ວ, 75% ຂອງຊາວມຸສລິມອາເມຣິກາເຫັນວ່າ ສັງຄົມອາເມຣິກາມີການຈຳແນກເຊື້ອຊາດຜິວພັນຕໍ່ຊາວມຸສລິມຢ່າງຮ້າຍແຮງ. ອາເມຣິກາບໍ່ມີສິດກ່າວຖ້ອຍຄຳແບບບໍ່ມີຄວາມຮັບຜິດຊອບ ແລະຊີ້ໄມ້ຊີ້ມືຕໍ່ປະເທດຈີນ. ອາເມຣິກາມັກປ່າວຂ່າວລືກ່ຽວກັບຊິ່ນຈ່ຽງ ແມ່ນເພື່ອ “ກົດໜ່ວງຈີນດ້ວຍຊິ່ນຈ່ຽງ” ແລະປັ້ນແຕ່ງຂໍ້ອ້າງເພື່ອບຽດບຽນຈີນ. ປະຊາຄົມໂລກມີຄວາມເຂົ້າໃຈຢ່າງຊັດເຈນຕໍ່ກັບເລື່ອງນີ້.